ແຂວງຢຸນນານທີ່ມີສີສັນ ທົ່ວໂລກຮ່ວມກັນເຊີຍຊົມ

2018-04-16 16:45:53 |ມາຈາກ: Yunnan Gateway

ແຂວງຢຸນນານ,ເປັນແຂວງໜຶ່ງທີ່ຕັ້ງຢູ່ພາກຕາເວັນຕົກສຽງໃຕ້ຂອງປະເທດຈີນ,ທົ່ວແຂວງມີພົນລະເມືອງຈຳນວນ47ລ້ານຄົນ,ເນື້ອທີ່ທັງໝົດ390.000ກິໂລຕາແມັດ.ແຂວງຢຸນນານເປັນໜຶ່ງໃນສະຖານທີ່ທີ່ກຳເນີດວັດທະນະທຳຂອງມະນຸດ, ກໍເປັນແຂວງທີ່ມີຊົນເຜົ່າຫຼາຍທີ່ສຸດຂອງຈີນ,ເຊິ່ງມີຊົນເຜົ່ານ້ອຍທັງໝົດ25ຊົນເຜົ່າ,ໃນນັ້ນມີ15ຊົນເຜົ່າທີ່ມີຢູ່ແຕ່ແຂວງຢຸນນານ.

ພູມປະເທດຂອງແຂວງຢຸນນານເປັນພູມປະເທດພູພຽງແລະດິນໄຮ່,ພາກຕາເວັນຕົກສຽງເໜືອສູງແລະພາກຕາເວັນອອກສຽງໃຕ້ຕໍ່າ,ເອກະລັກຂອງພູມປະເທດແມ່ນຄ່ອຍຕໍ່າລົງຕາມລຳດັບແລະເປັນຮູບຂັ້ນໄດ.ດິນຟ້າອາກາດຂອງຢຸນນານສ່ວນຫຼາຍແມ່ນຊະນິດລົມປະຈຳລະດູພູພຽງເຂດຮ້ອນ,ແຕ່ກໍມີເອກະລັກດິນຟ້າອາກາດຕາມລຳດັບ.ຈາກປ່າແຖບຮ້ອນທີ່ມີຝົນຕົກຫລາຍຈົນເຖິງພູຫິມະໃນພູພຽງ,ໂດຍອາໄສດິນຟ້າອາກາດ,ທຳມະຊາດແລະຊັບພະຍາກອນທີ່ເຕັມໄປດ້ວຍທ່າແຮງນັ້ນ,ຢຸນນານຈຶ່ງໄດ້ປະກອບໄປດ້ວຍເຂດທ່ອງທ່ຽວຫຼາຍບ່ອນແລະໄດ້ກາຍເປັນເຂດທ່ອງທ່ຽວທີ່ມີຊື່ສຽງໃນຈີນແລະທົ່ວໂລກ.

ແຂວງຢຸນນານມີຊາຍແດນຕິດກັບປະເທດມຽນມາ,ລາວແລະຫວຽດນາມ, ເສັ້ນຊາຍແດນປະເທດຍາວເຖິງ4060ແມັດ,ເຊິ່ງເປັນແຂວງທີ່ໃກ້ກັບປະເທດອາຊີໃຕ້ແລະປະເທດອາຊີອາຄະເນທີ່ສຸດຂອງຈີນ,ກໍເປັນທິດທີ່ຢືນຢູ່ແຖວໜ້າທີ່ສຸດຂອງປະເທດຈີນໃນການແລກປ່ຽນການຮ່ວມມືກັບປະເທດອາຊີໃຕ້ແລະປະເທດອາຊີອາຄະເນ.ໃນປັດຈຸບັນ,ແຂວງຢຸນນານແມ່ນເອົາໃຈໃສ່ການສຸມກຳລັງແຮງເຂົ້າໃນການແລກປ່ຽນນະໂຍບາຍ,ການເຊື່ອມຈອດໂຄງລ່າງພື້ນຖານ,ຄວາມສະດວກໃນການຄ້າ,ການເຊື່ອມໂຍງດ້ານການເງິນແລະການເຊື່ອມໂຍງຈິດໃຈຂອງປະຊາຊົນກັບປະເທດທີ່ໃກ້ຄຽງ,ກໍ່ສ້າງສູນກາງການກະຈາຍທີ່ຫັນໜ້າສູ່ອາຊີໃຕ້ແລະອາຊີອາຄະເນ.