ງານບຸນທ່ອງທ່ຽວວັດທະນະທຳປີ່ນໍ້າເຕົ້າເມືອງຫຼຽງເຫີຈີນປະຈຳປີ 2018

2018-05-24 16:48:15 |ມາຈາກ: Yunnan Gateway

ເວລາຈັດງານ:ວັນທີ 8—10 ເດືອນສິງຫາ

ສະຖານທີ່ຈັດງານ:ເມືອງຫຼຽງເຫີກິ່ງແຂວງປົກຄອງຕົນເອງໂດຍເຜົ່າໄທລື້ແລະເຜົ່າຈິ່ງພໍເຕີຫົງແຂວງຢຸນນານ

ເນື້ອໃນຂອງກິດຈະກຳ:ງານປະກວດປີ່ນໍ້າເຕົ້າ,ງານປະກວດປະດິດສ້າງສິລະປະກຳຫັດຖະກຳຂອງໝາກນໍ້າເຕົ້າ,ງານວາງສະແດງຜົນງານສິລະປະຫັດຖະກຳຂອງໝາກນໍ້າເຕົ້າຈີນ, ງານວາງສະແດງໂຄມໄຟໝາກນ້ຳເຕົ້າ,ກິດຈະກຳຊີມກິນອາຫານແຊບ ເມືອງຫຼຽງເຫີ,ງານວາງສະແດງການຄ້າຜົນຜະລິດຕະພັນກະສິກຳທີ່ມີເອກະລັກແລະມີຄຸນນະພາບສູງ,ງານວາງສະແດງສິລະປະຫັດຖະກຳການຜະລິດປີ່ ນໍ້າເຕົ້າແລະການແຂ່ງຂັນຈັບປາເປັນຕົ້ນ.

ເວລາລົງທະບຽນເຂົ້າຮ່ວມການປະກວດປີ່ນໍ້າເຕົ້າ:ວັນທີ 30 ພຶດສະພາ ຫາ ວັນທີ 30 ກໍລະກົດ

ຜູ້ແຂ່ງຂັນສາມາດຕິດຕໍ່ກັບອາຈານຊີ້ນຳແລະລົງທະບຽນ,ອາຈານຊີ້ນຳຈະດຳເນີນເອກະສານຄ່າທໍານຽມລົງທະບຽນຢ່າງເປັນເອກະພາບໃຫ້ແກ່ຄະນະກຳມະການຈັດຕັ້ງ,ແລະທັງສາມາດລົງທະບຽນໂດຍວິທີທາງອື່ນເຊັ່ນ ໂດຍຜ່ານທາງອິນເຕີເນັດ ວີແຊັດ ຂໍ້ຄວາມສັ້ນ ໂທລະສັບ ແລະ ອີເມວ,ລາຍລະອຽດກະລຸນາສອບຖາມທີ່:0692—6161233,ຫຼື ເຂົ້າເບິ່ງເວັບໄຊwww.hlszxw.com ເພື່ອກວດເບິ່ງ.

ນັກຂ່າວ ຕິ່ງຊີງຢີ(ຊຸນເສິງຫວານປ້າວ ຫຼື ໜັງສືພິມຕອນແລງເມືອງລະດູບານໃໝ່)
ຮູບພາບໂດຍ ຂະແໜງການໂຄສະນາຂອງຄະນະກຳມະການເມືອງຫຼຽງເຫີ