ຮອດເວລາເກັບກ່ຽວໃບຊາໃນລະດູບານໃຫມ່ແລ້ວ

2018-03-20 11:36:46 |ມາຈາກ: ໜັງສືພິມລາຍວັນຢຸນນານ

  ໃນໄລຍະນີ້,ຢູ່ເທິງແຜ່ນດິນແຂວງຢຸນນານເຕັມໄປດ້ວຍບັນຍາກາດຂອງລະດູບານໃຫມ່,ພຶກສາຊາດຕ່າງໆໄດ້ແຕກໜໍ່ຈໍ່ແໜງຂຶ້ນ, ຈຶ່ງໄດ້ຮອດເວລາເກັບກ່ຽວໃບຊາລະດູບານໃຫມ່ອີກເທື່ອໜຶ່ງ.

  ການເກັບກ່ຽວໃບຊາໃນລະດູບານໃຫມ່ປີ2018ທີ່ສວນຊາຫຼໍປໍເຄີ້ເມືອງໜານຈ້ຽນຂອງເຜົ່າຢີ ນະຄອນຕ້າຫຼີແຂວງຢຸນນານໄດ້ເລີ່ມຕົ້ນຂຶ້ນ. ຊາວກະສິກອນໄດ້ພາກັນເຂົ້າສູ່ສວນຊາເພື່ອເກັບຊາຢ່າງຕໍ່ເນື່ອງ, ແລະສາມາດເຫັນຊາວເຜົ່າຢີທີ່ນຸ່ງເຄື່ອງຊົນເຜົ່າຢີອັນສວຍງາມກຳລັງເຮັດວຽກດຸໝັ່ນໃນສວນຊາ.

  ເມືອງໜານຈ້ຽນເປັນເມືອງຊາອັນລືຊືທົ່ວແຂວງທີ່ຕັ້ງຢູ່ພາກໃຕ້ຂອງນະຄອນຕ້າຫຼີໃນພາກຕາເວັນຕົກຂອງແຂວງຢຸນນານ,ກໍເປັນໜຶ່ງໃນ30ສະຖານທີ່ທີ່ຜະລິດໃບຊາຂອງແຂວງຢຸນໜານ.

  ປັດຈຸບັນ,ທົ່ວເມືອງໜານຈ້ຽນລວມມີສວນຊາ110,000ມຸ້, ຍອດມູນຄ່າຜະລິດຕະພັນມີເຖິງ 710ລ້ານຢວນ, ກວມເອົາຄອບຄົວຊາວກະສິກອນປູກຊາເຖິງ 26000 ຄອບຄົວ.

   ນັກຂ່າວ:ສືຈື້ຫົງ ຮູບພາບໂດຍ:ຢາງສູນປໍ (ຫນັງສີພິມລາຍວັນຢຸນໜານ)