ນະຄອນຄຸນໝິງ: ດອກໄມ້ຫວາຍມ່ວງໄດ້ເບັ່ງບານສວຍງາມແລະທິວທັດລະດູບານໃໝ່ໄດ້ເຕັມໄປທົ່ວ ສວນ

2018-03-23 18:40:32 |ມາຈາກ: 云南网

  ໃນວັນທີ22ເດືອນມີນາທີ່ນະຄອນຄຸນໝິງເຂດຊີຊານ,ດອກໄມ້ຂອງຕົ້ນຫວາຍມ່ວງໄດ້ເຂົ້າສູ່ຊ່ວງອອກດອກເຕັມທີ່, ກິ່ງກ້ານຂອງມັນໄດ້ເລືອໄປຕາມກຳແພງ,ເບັ່ງບານອອກດອກຢ່າງກະຕືລືລົ້ນເໝືອນແຜ່ນຜ້າກັ້ງສີມ່ວງ.ສວນເດີ່ນເຕັມໄປດ້ວຍດອກໄມ້ຫວາຍມ່ວງ, ກິ່ນຫອມຂອງມັນກໍປິວໄປທົ່ວທຸກບ່ອນຈຶ່ງໄດ້ກາຍເປັນທິວທັດບ່ອນໜຶ່ງທີ່ສວຍງາມອີ່ຫຼີແລະດຶງດູດຫຼາຍຄົນມາຊົມແລະຖ່າຍຮູບເປັນທີ່ລະລຶກ.

ດອກໄມ້ຕົ້ນຫວາຍມ່ວງເປັນພຶກສາຊາດປະເພດຫວາຍລຳທາງແລະເຄືອກ້ຽວ,ເຫມາະສົມທີ່ຈະເອົາມາປູກເປັນພືດປະດັບສວນ ຫຼາຍ.ໄລຍະອອກດອກໃນແຕ່ລະປີ, ດອກໄມ້ທີ່ຫ້ອຍເປັນຊໍ່ໆເຫຼົ່ານີ້ໄດ້ສັ່ນຄອນນຳໃບໄມ້ຍາມລົມພັດ,ສວຍງາມເໝືອນໜ່ວຍກະດິ່ງສີມ່ວງ. ກິ່ນຫອມໄດ້ປິວເຂົ້າມາຍິ່ງເຮັດໃຫ້ຄົນຮູ້ສຶກສະບາຍໃຈຫຼາຍຂຶ້ນ;ບໍ່ພຽງແຕ່ເທົ່ານັ້ນ,ໃນລະດູຮ້ອນມັນຍັງສາມາດກາຍເປັນສະຖານທີ່ຮົ່ມເຢັນໃຫ້ຄົນໄດ້ພັກຜ່ອນຢ່ອນໃຈອີກດ້ວຍ, ນອກຈາກສາມາດປະດັບຕົບແຕ່ງສິ່ງແວດລ້ອມໃຫ້ງາມແລ້ວ, ຍັງສາມາດເຮັດໃຫ້ຊຸມຊົນມີທິວທັດທີ່ສວຍງາມອີກດ້ວຍ.

  ຊໍ່ດອກໄມ້ຫວາຍມ່ວງທີ່ເປັນພວງໄດ້ຫ້ອຍລົງສູ່ພື້ນດິນເໝືອນແຜ່ນຜ້າກັ້ງສີມ່ວງທີ່ສວຍງາມ,ທິວທັດລະດູບານໃຫມ່ເຕັມໄປທົ່ວສວນ, ກິ່ນຫອມຂອງມັນປິວໄປທຸກບ່ອນ, ຈຶ່ງໄດ້ກາຍເປັນທິວທັດທຳມະຊາອັນສວຍງາມໃນເຂດດຳລົງຊີວິດຂອງປະຊາຊົນ.

  ໃນໄລຍະອອກດອກແຕ່ລະປີ, ດອກໄມ້ທີ່ຫ້ອຍເປັນຊໍ່ໆເຫຼົ່ານີ້ໄດ້ສັ່ນຄອນນຳໃບໄມ້ຍາມລົມພັດ,ສວຍງາມເໝືອນໜ່ວຍກະດິ່ງສີມ່ວງ. ກິ່ນຫອມໄດ້ປິວເຂົ້າມາຍິ່ງເຮັດໃຫ້ຄົນຮູ້ສຶກສະບາຍໃຈຫຼາຍຂຶ້ນ

  ດອກຫວາຍມ່ວງນອກຈາກມີຄວາມສວຍງາມແລ້ວ,ຍັງມີຄຸນສົມບັດໃນການແກ້ພິດແລະເຮັດໃຫ້ຄີງເຢັນສະບາຍ,ສາມາດເປັນຢາແລະກິນໄດ້.

  ຊຸມຊົນປາຍໝ້າເຂດຊີຊານເຕັມໄປດ້ວຍດອກຫວາຍມ່ວງທີ່ກຳລັງບານ,ໄດ້ດຶງດູດປະຊາຊົນຈຳນວນຫຼາຍມາຢ້ຽມຊົມແລະຖ່າຍຮູບ.

  ຊຸມຊົນປາຍໝ້າເຂດຊີຊານເຕັມໄປດ້ວຍດອກຫວາຍມ່ວງທີ່ກຳລັງບານ,ໄດ້ດຶງດູດປະຊາຊົນຈຳນວນຫຼາຍມາຢ້ຽມຊົມແລະຖ່າຍຮູບ.