ລະດູບານໃໝ່ມາເຖິງ,ທິວທັດສວຍງາມເໝືອນຮູບແຕ້ມ

2018-03-23 19:03:42 |ມາຈາກ: 新华网

  ນີ້ແມ່ນພາບທິວທັດນາຂັ້ນໃດທີ່ຕາແສງມະລີ້ສາງ,ເມືອງຮວາຢວນ, ເຂດປົກຄອງຕົນເອງຊ່ຽງຊີຂອງເຜົ່າມົ້ງເຜົ່າຖູເຈ່ຍແຂວງຫູນານທີ່ຖ່າຍໃນວັນທີ21ເດືອນມີນາ.

  ລະດູບານໃໝ່ມາເຖິງແຜ່ນດິນເຮົາແລ້ວ, ທຸກສິ່ງທຸກຢ່າງໄດ້ມີຊີວິດຊີວາຂຶ້ນມາ. ທຳມະຊາດໄດ້ແກ້ເສື້ອກັນໜາວອອກແລະນຸ່ງເສື້ອລາຍຂອງລະດູບານໃໝ່ເຂົ້າໄປ, ແຜ່ນດິນໃຫ່ຍຈີນປ່ຽມລົ້ນໄປດ້ວຍຄວາມມີຊີວິດຊີວາອີ່ຫຼີ, ສວຍງາມເໝືອນດັ່ງຮູບແຕ້ມແຜ່ນໜຶ່ງ. ສໍານັກຂ່າວຊິນຮວາ (ຖ່າຍໂດຍ:ຫຼົງເອີ່ນເຈີ)

  ໃນວັນທີ22ເດືອນມີນາ,ນັກທ່ອງທ່ຽວຊົມເບິ່ງຕະເວັນຂຶ້ນທີ່ເມືອງເຜີງລາຍແຂວງຊານຕົ່ງ.ສໍານັກຂ່າວຊິນຮວາ(ຖ່າຍໂດຍ:ຢູຫຼຽງຢີ້)

  ນີ້ເປັນພາບ"ຕົ້ນໄມ້ຫລິວສ່ອງແສງເຮືອ" ທີ່ສວຍງາມທີ່ຖ່າຍຢູ່ໜອງທ້າຍຫູ,ເມືອງອູຊີ, ແຂວງຈ່ຽງຊູໃນວັນທີ21ເດືອນມີນາ.ສໍານັກຂ່າວຊິນຮວາ(ຖ່າຍໂດຍ:ພານເຈີ້ງກວາງ)

  ໃນວັນທີ21ເດືອນມີນາ,ທີ່ຕີນພູຫວງຊານແຂວງອ່ານຮຸຍ,ນົກນ້ອຍໂຕໜຶ່ງບິນຢູ່ເທິງຕົ້ນໄມ້.ສໍານັກຂ່າວຊິນຮວາ(ຖ່າຍໂດຍ:ຊືກວາງເຕີ)

  ໃນວັນທີ21ເດືອນມີນາ,ທີ່ຕາແສງຫຼີນຊີ,ເມືອງຊານຈ່ຽງ, ເຂດປົກຄອງຕົນເອງເຜົ່າຕົ້ງແຂວງກວາງຊີ,ຜູ້ຮັກໃນຊຸດກີ່ເພົ້າກຳລັງຍ່າງເລາະໃນນາປູກຜັກກາດນໍ້າມັນ. ສໍານັກຂ່າວຊິນຮວາ(ຖ່າຍໂດຍ:ອູລ້ຽນສູ່ນ)

  ໃນວັນທີ21ເດືອນມີນາ,ນັກກິລາເຮືອກະຍັກກຳລັງຝຶກຊ້ອມທີ່ແມ່ນໍ້າພີ້ເຫີເມືອງຫຼີ້ວອ່ານແຂວງອ່ານຮຸຍ. ສໍານັກຂ່າວຊິນຮວາ(ຖ່າຍໂດຍ:ເຈີ້ງຈີ່ນສຽງ)

  ນີ້ເປັນພາບທິວທັດທົ່ງນາໃນລະດູບານໃໝ່ທີ່ເຂດຢູສວຍເມືອງຊິນຢູແຂວງຈ່ຽງຊີທີ່ໄດ້ຖ່າຍໃນວັນທີ22ເດືອນມີນາ.ສໍານັກຂ່າວຊິນຮວາ(ຖ່າຍໂດຍ:ຈ້າວສູນລ້ຽງ)

  ໃນວັນທີ21ເດືອນມີນາ,ມີລົດໄຟຄວາມໄວສູງຂະບວນໜຶ່ງກຳລັງແລ່ນຢູ່ ເຂດລົດໄຟຄວາມໄວສູງຊີອານ ເສິງຕູ່, ຕາແສງຢາງ ,ເມືອງຮ້ານຈົງ.ສໍານັກຂ່າວຊິນຮວາ(ຖ່າຍໂດຍ:ຖາງເຈີ້ນຈ່ຽງ)