ເມືອງຜານຈີນ: ການອົບພະຍົບມາພັກຜ່ອນຂອງແມວນ້ຳ

2018-03-26 18:45:38 |ມາຈາກ: ເວັບໄຊຊິນຮວາ

  ໃນວັນທີ25ເດືອນມີນາ,ແມວນ້ຳ ໂຕໜຶ່ງໄດ້ມາພັກຜ່ອນຢູ່ຫາດຊາຍເຂດທະເລປາກນໍ້າສາມສາຍສວງທາຍຂອງເມືອງຜານຈີນແຂວງຫຼຽວໜິງ.ມໍ່ໆມານີ້,ທີ່ຫາດຊາຍເຂດທະເລປາກນໍ້າສາມສາຍສວງທາຍຂອງເມືອງຜານຈີນແຂວງຫຼຽວໜິງໄດ້ປາກົດມີແມວນ້ຳຈຳນວນຫຼາຍໂຕໄດ້ມາພັກຜ່ອນ.ຕາມການລາຍງານໄດ້ຮູ້ວ່າ, ໃນເດືອນກຸມພາຫາເດືອນພຶດສະພາຂອງແຕ່ລະປີ, ມີແມວນ້ຳຈຳນວນຫຼວງຫຼາຍໄດ້ອົບພະຍົບມາພັກຢູ່ສະຖານທີ່ແຫ່ງນີ້. ມາເຖິງປັດຈຸບັນ ໄດ້ມີແມວນ້ຳຈຳນວນປະມານ 300ໂຕ ໄດ້ຍ້າຍມາຢູ່ເຂດອ້ອມຂ້າງຂອງປາກນໍ້າສວງທາຍແລ້ວ,ພວກແມວນ້ຳເຫຼົ່ານີ້ຈະພັກຢູ່ເຂດທະເລນີ້ຈົນຮອດກາງເດືອນພຶດສະພາ,ຫຼັງຈາກນັ້ນພວກມັນຈຶ່ງຄ່ອຍພາກັນກັບຄືນອ່າວທະເລ ຫຼຽວຕົ່ງ.(ຮູບພາບໂດຍ ນັກຂ່າວຂອງສຳນັກຂ່າວຊິນຮວາ:ພານຢີ້ຫຼົວ)