ຢ້ຽມຢາມກຸ່ມຂຸມຟ້າທີ່ເມືອງເຈີ້ນສົງແຂວງຢຸນນານ

2018-03-30 13:26:13 |ມາຈາກ: Yunnan Gateway

  ນີ້ແມ່ນຂຸມຟ້າ (karst topography :ປາກົດການລັກສະນະຫີນປູນທີ່ຖືກນ້ຳລະລາຍຫີນອອກເປັນຕະປຸ່ມຕະປ່ຳ) "ວົງໝໍ້ຂະໜາດໃຫຍ່" ທີ່ເມືອງເຈີ້ນສົງແຂວງຢຸນນານ(ຖ່າຍໂດຍໂດຣນໃນວັນທີ28ເດືອນມີນາ)

  ຂຸມຟ້າຂອງເມືອງເຈີ້ນສົງນະຄອນຈ່າວທົ່ງແຂວງຢຸນນານຫ່າງຈາກຕົວເມືອງເຈີ້ນສົງ51ກິໂລແມັດ, ໄດ້ກວມເອົາເນື້ອທີ່ດິນ600ມຸ້, ລວມມີຂຸມຟ້າຈຳນວນ6ຂຸມທີ່ຂະໜາດແຕກຕ່າງກັນ.ໃນນັ້ນ,ຂຸມຟ້າ 3 ຂຸມ ທີ່ຂະໜາດໃຫຍ່ທີ່ສຸດເປັນຕົ້ນແມ່ນ"ວົງໝໍ້ຂະໜາດໃຫຍ່""ວົງໝໍ້ຂະໜາດນ້ອຍ"ແລະ"ວົງໝໍ້ສາມໃບ".

  ໂດຍໄດ້ຮັບຮູ້ວ່າ,ເສັ້ນຜ່າກາງປາກຂຸມ"ວົງໝໍ້ຂະໜາດໃຫຍ່" ໃຫຍ່ທີ່ສຸດເກືອບ600ແມັດ,ສະເລ່ຍຄວາມເລິກຈົນເຖິງ120ແມັດ, ບ່ອນເລິກທີ່ສຸດຮອດ150ແມັດ,ຂອບເຂດອ້ອມຂ້າງເປັນເນີນສູງຊັນ, ຮູບຮ່າງຄືໝໍ້ເຫຼັກທີ່ຫຼຸບລົງ,ຢູ່ຖໍ້າຫີນປູນຂ້າງ ໃນຍັງມີ 32ຄົນທີ່ເປັນ8ຄອບຄົວພັກອາໄສຢູ່.

ນີ້ແມ່ນຂຸມຟ້າ"ວົງໝໍ້ຂະໜາດໃຫຍ່"ທີ່ເມືອງເຈີ້ນສົງນະຄອນຈ່າວທົ່ງແຂວງຢຸນນານ.

  ນີ້ແມ່ນຂຸມທ້ອງຟ້າ"ວົງໝໍ້ຂະໜາດນ້ອຍ" ທີ່ເມືອງເຈີ້ນສົງນະຄອນຈ່າວທົ່ງແຂວງຢຸນນານ."ວົງໝໍ້ຂະໜາດນ້ອຍ"ມີໄລຍະຫ່າງກັບ"ວົງໝໍ້ຕົ້ມຂະໜາດໃຫຍ່"ປະມານ1ກິໂລແມັດ, ເສັ້ນຜ່າກາງປະມານ500ແມັດ,ຄວາມເລິກປະມານ100ແມັດ.

ນີ້ເປັນພາບທິວທັດພາຍໃນຂອງ"ວົງໝໍ້ຂະໜາດໃຫຍ່"ທີ່ເມືອງເຈີ້ນສົງນະຄອນຈ່າວທົ່ງແຂວງຢຸນນານ.

  ຊຸມປີມານີ້,ລັດຖະບານທ້ອງຖິ່ນໄດ້ປັບປຸງເສັ້ນທາງສູ່ພາຍນອກຂອງຂຸມຟ້າ"ວົງໝໍ້ຕົ້ມຂະໜາດໃຫຍ່"ໃຫ້ແຂງແຮງຂຶ້ນ,ເພື່ອນຳນວຍຄວາມສະດວກໃຫ້ແກ່ຊາວບ້ານໃນການເດີນທາງ.

ຜູ້ຊາຍຄົນໜຶ່ງກຳລັງຊົມທິວທັດຂອງຫີນປູນໃນ"ວົງໝໍ້ຂະໜາດໃຫຍ່".

ນີ້ເປັນພາບທິວທັດພາຍໃນຂອງ"ວົງໝໍ້ຂະໜາດໃຫຍ່"ທີ່ເມືອງເຈີ້ນສົງນະຄອນຈ່າວທົ່ງແຂວງຢຸນນານ.

  ນັກຂ່າວ:ຫູຊາວ(ສຳນັກຂ່າວຊິນຮວາ)