ຖ່າຍໂດຍຍົນບໍ່ມີຄົນຂັບ(ໂດຣນ):ຮູບພາບຂອງໜອງຟູຊຽນຫຼັງຈາກໄດ້ປະຕິບັດ“ແຜນການສາມປີ”

2018-04-10 16:34:28 |ມາຈາກ: Yunnan Gateway

ຊຸມປີມານີ້,ເມືອງຢີຊີແຂວງຢຸນນານໄດ້ປະຕິບັດແຜນການວ່າດ້ວຍການປັບປຸງແລະການຮັກສານິເວດຂອງໜອງຟູຊຽນສາມປີ, ເຊິ່ງໄດ້ຢຸດຢັ້ງທ່າອ່ຽງການຫຼຸດລົງຂອງຄຸນນະພາບນໍ້າໜອງຟູຊຽນລົງ,ແລະໄດ້ກຳແໜ້ນເສັ້ນພື້ນຖານຮັບປະກັນບົດບາດນິເວດໃນຂອບເຂດໜອງຟູຊຽນ,ເສັ້ນທາງລຸ່ມຄວາມປອດໄພຂອງຄຸນນະພາບສິ່ງແວດລ້ອມຂອງນໍ້າແລະເສັ້ນທາງເທິງຂອງການນຳໃຊ້ຊັບພະຍາກອນທຳມະຊາດ ເຊິ່ງເອີ້ນເປັນ“ເສັ້ນສີແດງໃຫຍ່ສາມເສັ້ນ”ນັ້ນ.

ໜອງຟູຊຽນເປັນໜອງນໍ້າຈືດເລິກທີ່ໃຫຍ່ທີ່ສຸດຂອງປະເທດເຮົາ,ຄວາມສາມາດໃນການເກັບປະລິມານນໍ້າມີເຖິງ20,6ຕື້ແມັດກ້ອນ,ຍອດຊັບພະຍາກອນນໍ້າຂອງມັນໄດ້ກວມເອົາ9,16%ຂອງຍອດປະລິມານນໍ້າໜອງທົ່ວປະເທດ,ກວມ90%ໃນນໍ້າປະເພດທີ່1ຂອງໜອງນໍ້າຈືດທົ່ວປະເທດ.

ໂດຍການແນະນຳຂອງຂະແໜງການທີ່ກ່ຽວຂ້ອງເຊິ່ງໄດ້ຮັບຮູ້ວ່າ,ວຽກງານການປັບປຸງແລະຮັກສາສິ່ງແວດລ້ອມຂອງໜອງຟູຊຽນນັ້ນຍັງມີບັນຫາແລະຄວາມຫຍຸ້ງຍາກຫຼາຍຢູ່,ຂະແໜງການທີ່ກ່ຽວຂ້ອງຂອງທ້ອງຖິ່ນກຳລັງດຳເນີນວຽກງານການປັບປຸງແລະຮັກສາຕ່າງໆຢ່າງສຸດແຮງ.