ຕ້ອນຮັບໝູ່ເພື່ອນດ້ວຍຊາ ເມືອງຊິນຊ່າງໄດ້ພັດທະນາຂະແໜງຊາໃຫ້ກາຍເປັນວັດທະນະທຳ

2018-04-11 17:02:26 |ມາຈາກ: Yunnan Gateway

ໃນວັນທີ10ເດືອນເມສາ,ຕະຫຼາດຊາຂອງຈີນທີ່ຕັ້ງຢູ່ເມືອງຊິນຊ່າງແຂວງເຈີຈ່ຽງໄດ້ຕ້ອນຮັບລະດູຮຸ່ງເຮືອງຂອງຊາໃນລະດູບານໃໝ່,ພໍ່ຄ້າຂາຍຊາທີ່ໄດ້້ມາຈາກທ້ອງຖິ່ນຕ່າງໆໄດ້ເດີນທາງມາເຖິງເມືອງຊິນຊ່າງຢ່າງຫລວງຫຼາຍ.

ພິທີໄຫວ້ຊາຂອງຈີນ•ເມືອງຊິນຊ່າງຄັ້ງທີ5ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ10ເດືອນເມສາ,ເຊິ່ງໄດ້ສ່ອງແສງໃຫ້ເຫັນເຖິງປະເພນີອັນເປັນມູນເຊື້ອແລະມີປະຫວັດສາດອັນຍາວນານຂອງບຸນໄຫວ້ຊາເມືອງຊິນຊ່າງ.

ໃນຕອນເຊົ້າຂອງວັນທີ10ເດືອນເມສາ,ງານແຂ່ງຂັນສຸດຍອດຂອງການແຂ່ງຂັນຊາຫຼົງຈິງຕ້າຝໍຂອງເມືອງຊິນຊ່າງປະເທດຈີນຄັ້ງທີ13ໄດ້ຈັດຂຶ້ນທີ່ຕະຫຼາດຊາຂອງຈີນ,ຜູ້ແຂ່ງຂັນຈຳນວນ20ຄົນທີ່ໄດ້ຮັບໄຊຊະນະໃນການແຂ່ງຂັນຮອບຄັດເລືອກທີ່ໂຊສີມືຂົ້ວຊາໃນສະຫນາມແຂ່ງຂັນ.

ໃນມື້ດຽວກັນ,ຍັງໄດ້ຈັດກິດຈະກຳຕ່າງໆທີ່ກ່ຽວພັນເຖິງຊາ,ເປັນຕົ້ນແມ່ນ:ງານວາງສະແດງຮູບພາບຂອງຕະຫຼາດຊາຄົບຮອບສິບປີ,ງານແຂ່ງຂັນຕີຊາ,ງານແຂ່ງຂັນຂົ້ວຊາຂອງເຈົ້າຊາ,ພິທີໄຫວ້ຊາແລະອື່ນໆ.ໃນປີ2017,ເນື້ອທີ່ປູກຊາຂອງທົ່ວເມືອງຊິນຊ່າງໄດ້ຮອດ12ໝື່ນມຸ້,ຍອດມູນຄ່າຂອງໃບຊາໄດ້ທະລຸເຖິງ0,8653ຕື້ຢວນ,ຂະແໜງການຜະລິດຕະພັນໃບຊາມີມູນຄ່າເຖິງ 2,8ຕື້ຢວນ,ຍອດມູນຄ່າການຄ້າຂອງຕະຫຼາດຊາໄດ້ທະລຸຮອດ5ຕື້ຢວນ,ໃນນັ້ນມູນຄ່າຂອງຍີ່ຫໍ້ຕ້າຝໍຫຼົງໄດ້ຮອດ3,494ຢວນແລ້ວ.