ດິນແດນສະຫວັນເມືອງຄົນ—ບ້ານຈ່ຽງພໍ

2018-04-13 16:10:17 |ມາຈາກ: Yunnan Gateway

ມີເສັ້ນທາງບາງເສັ້ນຄວນໄປຍ່າງເມື່ອເຮົາຍັງສາມາດຍ່າງໄດ້ ມີທິວທັດບາງແຫ່ງຄວນໄປເບິ່ງກ່ອນທີ່ເຮົາຈະເຖົ້າແກ່ ຍ້ອນວ່າຄວາມຮັກຂອງທຳມະຊາດ ຈຶ່ງເຮັດໃຫ້ແຂວງຢຸນນານມີທິວທັດທຳມະຊາດອັນສວຍງາມທີ່ນັບບໍ່ຖ້ວນ

ທີ່ຕີນພູຂອງພູຫິມະເມີຍລີ,ມີບ້ານນ້ອຍແຫ່ງໜຶ່ງທີ່ສວຍງາມເໝືອນແດນສະຫວັນເມືອງຄົນທີ່ຕັ້ງຫ່າງຈາກເມືອງເຕີຊິນຂອງກິ່ງແຂວງປົກຄອງຕົນເອງໂດຍເຜົ່າທິເບດຕີຊິ້ງປະມານ64ກິໂລແມັດ——ບ້ານຈ່ຽງພໍເມືອງເຕີຊິນຂອງກິ່ງແຂວງຕີຊິ້ງ.

ບ້ານຈ່ຽງພໍຂຶ້ນກັບຕາແສງຝໍຊານເມືອງເຕີຊິນ,ເຊິ່ງປະກອບດ້ວຍກຸ່ມຊາວບ້ານຈຳນວນ7ກຸ່ມແລະມີທັງໝົດ80ຄອບຄົວ.ຄວາມໝາຍຂອງ“ຈ່ຽງພໍ”ໃນພາສາທິເບດໝາຍເຖິງຮູບແບບອັນລະອົດລະອ້ຽວ,ກໍຄືດັ່ງພູມປະເທດທີ່ຕັ້ງຂອງບ້ານຈ່ຽງພໍກໍລະອິດລະອ້ຽວຄືກັບໂຕຮວກ,ເປັນຮູບຍາວ,ແຝງຕົວຢູ່ໃນຫລືບເຂົາ.