ຫມື່ນຄົນສະເຫຼີມສະຫຼອງບຸນຫົດນໍ້າຕ້ອນຮັບປີໃຫມ່ໄທລື້ນຳກັນ, ມື້ນີ້ເຈົ້າ “ໂຕປຽກ” ແລ້ວບໍ?

2018-04-16 15:33:19 |ມາຈາກ: Yunnan Gateway

ໃນວັນທີ15ເດືອນເມສາປີ2018ເປັນປີໃໝ່ປີ1380ໃນປະຕິທິນເຜົ່າໄທລື້ຂອງກິ່ງແຂວງສິບສອງພັນນາ,ມີນັກທ່ອງທ່ຽວແລະປະຊາຊົນທ້ອງຖິ່ນຈຳນວນເຖິງຫມື່ນຄົນເຕົ້າໂຮມຢູ່ນະຄອນຊຽງຮຸ່ງເພື່ອສະເຫຼີມສະຫຼອງບຸນຫົດນໍ້ານຳກັນ.

ໃນ11ໂມງຂອງຕອນເຊົ້າ,ຄຽງຄູ່ກັບສຽງພິທີກອນທີ່ໃຫ້ເລີ່ມການຫົດນໍ້ານັ້ນ,ຄົນທັງຫຼາຍຢູ່ໃນສະໜາມຫົດນໍ້າເລີ່ມການຫົດນໍ້າໃນທັນທີ,ເຊິ່ງບັນຍາກາດຂອງບຸນຫົດນໍ້າເປັນໄປຢ່າງຟົດຟື້ນ. ໃນບັນດາອ່າງນໍ້າທີ່ສະໜາມຫົດນໍ້າ ບັນດາຊາວເມືອງບໍ່ວ່າເດັກນ້ອຍຫນຸ່ມສາວຫຼືວ່າຜູ້ອາວຸໂສ,ຕ່າງກໍ່ພາກັນເອົາຄຸນ້ຳປືນນ້ຳຕັກນ້ຳຂຶ້ນມາ ຫົດນໍ້າຄົນອື່ນແລະສົ່ງສຽງຫົວຢ່າງມີຄວາມສຸກ.ເຖິງແມ່ນວ່ານັກຂ່າວໄດ້ປຽກໝົດໂຕແລ້ວ,ແຕ່ກໍ່ພະຍາຍາມຖ່າຍຮູບຂອງຊາວເມືອງທີ່ເປັນຮູບໜ້າສົນໃຈມາໃຫ້ທຸກທ່ານໄດ້ຮັບຊົມນຳກັນ.