ລົດໄຟຄຸນໝິງຫາຕ້າຫຼີ້ຈະເລີ່ມການປັບປຸງແລະທົດລອງໃຊ້ ເວລາເດີນທາງຈາກຄຸນໝິງຫາຕ້າຫຼີ້ໃຊ້ເວລາພຽງແຕ່ 2ຊົ່ວໂມງເທົ່ານັ້ນ

2018-04-19 14:15:59 |ມາຈາກ: Yunnan Gateway


ໃນຕອນເຊົ້າຂອງວັນທີ18ເດືອນເມສາ,ຂະບວນລົດໄຟຄວາມໄວສູງແຖວໜຶ່ງທີ່ຖືກກວດສອບສັງລວມໄດ້ເລີ່ມອອກຈາກສະຖານີລົດໄຟພາກເໜືອກວາງທົງຂອງກິ່ງແຂວງສູ້ສົງແຂວງຢຸນນານ,ເດີນທາງໄປສູ່ພາກຕາເວັນຕົກສູ່ຕ້າຫຼີ້, ຫຼັກເຂດຂອງລົດໄຟເສັ້ນຄຸນໝິງຫາຕ້າຫຼີເຊິ່ງເປັນສັນຍະລັກຊ່ອງທາງສາກົນລະຫວ່າງຈີນກັບມຽນມ້າໄດ້ເຂົ້າສູ່ການປັບປຸງກວດສອບແລ້ວ, ເວລາຂອງການຂີ່ລົດໄຟຄວາມໄວສູງຈາກຄຸນໝິງໄປສູ່ຕ້າຫຼີໃກ້ຈະມາເຖິງ.

ໂດຍໄດ້ຮັບຮູ້ວ່າ,ຫຼັງຈາກຂະບວນລົດໄຟແຖວນີ້ເລີ່ມເປີດໃຊ້ແລ້ວ,ເວລາເດີນທາງຈາກຄຸນໝິງຫາຕ້າຫຼີມີພຽງແຕ່ 2ຊົ່ວໂມງເທົ່ານັ້ນ,ແລະ3ຊົ່ວໂມງກໍຈະສາມາດໄປຮອດເມືອງລີ້ຈ່ຽງ.