ໄຂ່ມຸກແຫ່ງພູພຽງ—ທະເລສາບຕ່ຽນສືແຂວງຢຸນນານ ຄຸນນະພາບນໍ້າໄດ້ຫຍັບຂຶ້ນເປັນລະດັບIV

2018-04-23 17:08:29 |ມາຈາກ: Yunnan Gateway

ນະຄອນຄຸນໝິງໄດ້ຖະແຫຼງຂ່າວໃນຫວ່າງມໍ່ໆມານີ້ວ່າ,ໃນໄຕມາດທໍາອິດຂອງປີນີ້, ຄຸນນະພາບນໍ້າໂດຍທົ່ວໄປໃນທະເລສາບ ຕ່ຽນສື ໄດ້ຮັກສາທ່າອຽງສະຖຽນລະພາບທີ່ດີ,ແຕ່ລະດັບແຮ່ທາດທີ່ອຸດົມສົມບູນນັ້ນແມ່ນໄດ້ຫຼຸດລົງຕື່ມອີກ,ເມື່ອທຽບກັບໄລຍະດຽວກັນຂອງປີທີ່ຜ່ານມາ,ຄຸນນະພາບນໍ້າຂອງທະເລສາບທັງຫມົດເພີ່ມຂຶ້ນຈາກລະດັບ V ໄປຫາລະດັບ IV,ສະພາບແຮ່ທາດໄດ້ຫຼຸດຈາກລະດັບກາງສູ່ລະດັບຫນ້ອຍ,ດັດຊະນີສະຖິຕິຂອງສະພາບແຮ່ທາດສັງລວມໄດ້ຫຼຸດລົງ9,9%,ລະດັບຄວາມໃສຂອງນໍ້າໄດ້ເພີ່ມຂຶ້ນ 17,9%.

ທະເລສາບ ຕ່ຽນສື, ຫລືທີ່ຖືກເອີ້ນວ່າເປັນໄຂ່ມຸກແຫ່ງພູພຽງ,ແມ່ນທະເລສາບທີ່ໃຫຍ່ທີ່ສຸດໃນພູພຽງຢຸນນານ,ເນື້ອທີ່ຫຼາຍກວ່າ 300 ກິໂລແມັດມົນທົນ.ໃນຕອນກາງແລະຕອນທ້າຍຂອງທົດສະວັດທີ່8ຂອງສະຕະວັດທີ20, ເນື່ອງຈາກໄດ້ຮັບຜົນສະທ້ອນຈາກການພັດທະນາຢ່າງກວ້າງຂວາງຂອງອຸດສາຫະກໍາ, ການສົ່ງນ້ຳເສຍຈາກຫ້ອງນໍ້າທີ່ແພ່ຫລາຍ ແລະການຂາດເຂີນໂຄງລ່າງປັບປຸງມົນລະພິດເປັນຕົ້ນ,ຈຶ່ງເຮັດໃຫ້ຄຸນນະພາບນໍ້າຂອງທະເລສາບຕ່ຽນສືຊຸດໂຊມລົງແລະເຄີຍໄດ້ກາຍເປັນຫນຶ່ງໃນທະເລສາບທີ່ມົນລະພິດຫນັກທີ່ສຸດຂອງປະເທດຈີນ.

ຈາກໄລຍະ“ການພັດທະນາແຜນການເສດຖະກິດສັງຄົມຫ້າປີຄັ້ງທີ5”ເປັນຕົ້ນມາ,ທະເລສາບຕ່ຽນສື ໄດ້ຖືກລວມເຂົ້າໃນການປັບປຸງແຫຼ່ງນໍ້າອັນສໍາຄັນແຫ່ງຊາດ. ໃນໄລຍະລະຫວ່າງ“ການພັດທະນາແຜນການເສດຖະກິດສັງຄົມຫ້າປີຄັ້ງທີ11ແລະ12”ນັ້ນ,ນະຄອນຄຸນໝິງໄດ້ສ້າງແນວຄິດປັບປຸງເປັນລະບົບວິທະຍາສາດຂຶ້ນ,ດຳເນີນໂຄງການໃຫຍ່ທັງຫົກໂຄງການທີ່ຊຸກຍູ້ວຽກງານສະກັດກັ້ນນໍ້າເປື້ອນອ້ອມທະເລສາບ,ເອົານໍ້າເຂົ້າທະເລສາບຈາກເຂດນອກ,ຄວບຄຸມແມ່ນໍ້າທີ່ໄຫຼເຂົ້າທະເລສາບ,ປັບປຸງມົນລະພິດເຂດຊົນນະບົດ,ການກໍ່ສ້າງແລະຟື້ນຟູສິ່ງແວດລ້ອມແລະການຂຸດລອກຮ່ອງນ້ຳເປັ້ນຕົ້ນ,ເຊິ່ງເຮັດໃຫ້ຄຸນນະພາບນໍ້າໄດ້ຮັບການປ່ຽນແປງໄປໃນທາງທີ່ດີຂຶ້ນ.

ສວນສາທາລະນະຕາກວນທີ່ແຄມທະເລສາບຕ່ຽນສື

ສວນສາທາລະນະດິນຊຸ່ມນ້ຳກູຕ່ຽນ(ຊື່ຫຍໍ້ຂອງຢຸນນານ)ທີ່ແຄມທະເລສາບຕ່ຽນສື

ດິນຊຸ່ມນ້ຳຂອງທະເລພາກຕາເວັນອອກຂອງທະເລສາບຕ່ຽນສື

 

ໂຄງການຟື້ນຟູສິ່ງແວດລ້ອມໃນເຂດດິນຊຸ່ມນ້ຳແມ່ນໍ້າພາກຕາເວັນອອກ

ພື້ນດິນທີ່ຊຸ່ມນ້ຳຂອງແມ່ນໍ້າພາກຕາເວັນອອກຂອງທະເລສາບຕ່ຽນສື

ໂຄງການຟື້ນຟູສິ່ງແວດລ້ອມໃນເຂດດິນຊຸ່ມນ້ຳແມ່ນໍ້າລາວຢູ

ດິນຊຸ່ມນ້ຳຂອງທະເລພາກຕາເວັນອອກຂອງຊີຮວາ

ດິນຊຸ່ມນ້ຳຂອງທະເລພາກຕາເວັນອອກທີ່ແຄມທະເລສາບຕ່ຽນສື