ຊາວບ້ານເບິ່ງຊົມທິວທັດຊົນນະບົດທີ່ສວຍສົດງົດງາມ

2018-04-25 18:52:53 |ມາຈາກ: Yunnan Gateway

ໃນການກໍ່ສ້າງອາລິຍະທຳນິເວດ,ຕາແສງຖາງຊີເຂດເມືອງຢູຫາງນະຄອນຫາງໂຈ່ວແຂວງເຈີ້ຈ່ຽງໄດ້ນຳໃຊ້ເອກະລັກຂອງບ້ານນໍ້າຢ່າງເຕັມເມັດເຕັມຫນ່ວຍ,ເຊິ່ງໄດ້ສ້າງເສັ້ນທາງນ້ອຍອ້ອມໜອງ,ຄວາມຍາວຂອງເສັ້ນທາງປະມານ20ກິໂລແມັດ,ໄດ້ເຊື່ອມເຂດທ່ອງທ່ຽວທຳມະຊາດສາມເຂດໃນທົ່ວຕາແສງກໍຄື:ບ້ານເກົ່າແກ່ຖາງຊີ,ພູຊາວຊ່ານທີ່ເປັນເຂດຊົມດອກເໝີຍໃນເຂດພາກໃຕ້ແລະແມ່ນໍ້າຕິ່ງຊ່ານທີ່ເປັນເຂດດິນຊຸ່ມຊີວະພາບດັ້ງເດີມ ແລະກຸ່ມບ້ານທຳມະຊາດທີ່ມີທິວທັດສວນທົ່ງນາທີ່ແຕກຕ່າງກັນແລະບັນດາແມ່ນໍ້າຫລາຍສາຍໃນບ້້ານທີ່ລວມກັນເປັນສາຍດຽວກັນ,ເຮັດໃຫ້ບ້ານນໍ້າພາກໃຕ້ແຫ່ງນີ້ກາຍເປັນບ້ານທີ່ສາມາດ“ຊົມປະເພນີໃນທຸກໆມື້,ມີທິວທັດອັນສວຍງາມໃນແຕ່ລະເດືອນ,ແລະເບິ່ງຊົມທະເລດອກໄມ້ໃນແຕ່ລະລະດູ”,ຮ້ອງເພງສີ່ລະດູຂອງການທ່ອງທ່ຽວຊົນນະບົດໃຫ້ມ່ວນຊື່ນ.

ເບິ່ງຈາກທາງອາກາດຂອງເສັ້ນທາງທ່ອງທ່ຽວຊົນນະບົດ“ເສັ້ນທາງນ້ອຍທີ່ອ້ອມໜອງ”ຢູ່ບ້ານຕິ່ງເຫີຕາແສງຖາງຊີ.