ກິ່ນຫອມຂອງການຄັ້ນນໍ້າມັນຈາກລາຊະວົງຊິງ

2018-04-26 15:30:01 |ມາຈາກ: Yunnan Gateway

ການສືບທອດສີມືທາງດ້ານວັດທະນະທໍາທີ່ກຳລັງຈະຫາຍໄປ, ເພື່ອໃຫ້ເດັກນ້ອຍໃນຕົວເມືອງໃນມື້ນີ້ຍັງສາມາດໄດ້ທັດສະນະໃກ້ຊິດກັບສີມືຄັ້ນນໍ້າມັນອັນເປັນມູນເຊື້ອທີ່ເກົ່າແກ່ຂອງຈີນ,ນີ້ແມ່ນຄວາມປາຖະ
ຫນາໜຶ່ງຂອງຊ່າງຄັ້ນນໍ້າມັນ ທ່ານອູຫຼຽນຊູ.ໃນວັນທີ25ເດືອນເມສາ,ນັກຂ່າວໄດ້ຮັບຮູ້ວ່າ,ໂຮງງານຄັ້ນນໍ້າມັນທີ່ບ້ານຕາຈີສາງຂອງຕາແສງໄຮເຂົາໄດ້ກາຍເປັນຫນ່ວຍງານອະນຸລັກມໍລະດົກຂອງເຂດເມືອງຊີຊານນະຄອນຄຸນໝິງ,ວິທີການຄັ້ນນໍ້າມັນແບບດັ້ງເດີມຍັງຖືກເກັບຮັກສາໄວ້ແລະໄດ້ສືບທອດຕໍ່ໄປຄືກັນ.

ໂຮງງານຄັ້ນນໍ້າມັນທີ່ບ້ານຕາຈີສາງຕັ້ງຢູ່ພາຍໃນບ້ານຕາຈີສາງຕາແສງໄຮເຂົາເຂດເມືອງຊີຊານ,ໃນປີ 2012, ໄດ້ຖືກແຕ່ງຕັ້ງເປັນຫນ່ວຍອະນຸລັກມໍລະດົກວັດທະນະທໍາຂັ້ນເມືອງຂອງເຂດເມືອງຊີຊານ,ເຂດເມືອງຊີຊານໄດ້ສະຫນັບສະຫນູນດ້ານການເງິນເພື່ອນຳມາສ້ອມແປງອາຄານຫຼັງນີ້ໃນປີ2015, ແລະເປີດສູ່ພາຍນອກຢ່າງເປັນທາງການໃນປີ2016.ໂຮງຄັ້ນນໍ້າມັນຫຼັງນີ້ແມ່ນໄດ້ສ້າງຕັ້ງຂຶ້ນລະຫວ່າງໃນສະໄໝຄ່າງຊີຂອງລາຊະວົງຊິງ,ອາຄານທີ່ຍັງຄົງຢູ່ໃນປັດຈຸບັນແມ່ນສ້ອມແປງດ້ວຍເຈົ້າຂອງທີ່ດິນຂອງທ້ອງຖິ່ນໃນທ້າຍລາຊະວົງຊິງຕອນເລີ່ມຕົ້ນຂອງສະໄໝໝິນກໍ ທ່ານອູສີຖິງ,ມາຮອດປັດຈຸບັນອາຄານແຫ່ງນີ້ມີປະຫວັດສາດເຖິງ 300 ກວ່າປີ,ເປັນໜຶ່ງໃນວັດຖຸບູຮານທີ່ຍັງຄົງຕົວຢ່າງເຕັມສ່ວນທີ່ສາມາດສະແດງໃຫ້ເຫັນເຖິງເຕັກນິກການຄັ້ນນໍ້າມັນອັນເປັນມູນເຊື້ອທີ່ມີວັດທະນະທຳກະສິກຳໃນຂົງເຂດທ້ອງຖິ່ນຄຸນໝິງໃນໄລຍະປັດຈຸບັນ.ການກໍ່ສ້າງໂຮງງານນໍ້າມັນທັງຫມົດແມ່ນໂຄງສ້າງແບບໂຍທາ,ກວມເອົາເນື້ອທີ່ 400 ຕາແມັດ,ໃນນັ້ນພາຍໃນຫ້ອງຈະຍັງຄົງຮັກສາເຄື່ອງຄັ້ນນໍ້າມັນແບບດັ້ງເດີມ,ຄື:ຖັງສີເຂົ້າມົນ,ຖັງຫີນ,ເຄື່ອງປຸງແຕ່ງ,ຈັກຄັ້ນນໍ້າມັນແລະອື່ນໆ,ເຊິ່ງເປັນຫລັກຖານພະຍານທີ່ແທ້ຈິງຂອງວັດທະນະທໍາກະສິກໍາແບບດັ້ງເດີມທີ່ຍັງຖືກເກັບຮັກສາໄວ້ຢ່າງດີ.

ເພື່ອບໍ່ໃຫ້ເຕົາແຕ່ງກິນທີ່ເຄີຍຮຸ່ງເຮືອງ,ແຜ່ນແປ້ງມັນທີ່ຊ້ອນທັບກັນເປັນຊັ້ນໜາໆ,ສຽງຮ້ອງຂາຍອັນໂດ່ງດັງແລະສຽງຕຳຂອງການຄັ້ນນໍ້າມັນກາຍເປັນພຽງຄວາມຊົງຈຳ,ເຂດເມືອງຊີຊານຈຶ່ງໄດ້ດຳເນີນການອະນຸລັກສ້ອມແປງອາຄານເກົ່າແກ່ຂອງໂຮງງານຄັ້ນນໍ້າມັນທີ່ບ້ານຕາຈີສາງ, ໂດຍການນຳພາຂອງທ່ານອູຫຼຽນຊູ,ໃນປັດຈຸບັນມີຜູ້ສືບທອດ4ຄົນທີ່ສືບທອດມູນເຊື້ອວຽກງານຄັ້ນນໍ້າມັນທີ່ເປັນມໍລະດົກນາມມະທຳນີ້ .ຫຼັງຈາກໂຮງງານຄັ້ນນໍ້າມັນໄດ້ເປີດຄືນໃຫມ່ໃນປີ 2016,ຊາວບ້ານແລະປະຊາຊົນອ້ອມຂ້າງໄດ້ເຂົ້າມາໂຮງງານຄັ້ນນໍ້າມັນນີ້ເພື່ອຫວນຄືນກິ່ນຫອມນໍ້າມັນຜັກທີ່ລໍຄອຍມາດົນ,ຜູ້ເຖົ້າຜູ້ແກ່ໃນບ້ານໄດ້ສະແດງຄວາມຕື່ນເຕັ້ນວ່າ,ເຂົາເຈົ້າບໍ່ເຄີຍໄດ້ຄາດຫວັງວ່າຍັງຈະມີໂອກາດໄດ້ຊິມເຖິງລົດຊາດນໍ້າມັນຜັກອັນດັ້ງເດີມທີ່ຕົນເຄີຍຊິມໃນສະໄຫມທີ່ຍັງໜຸ່ມ.