ລະດູດອກກຸຫຼາບທີ່ກິນໄດ້ອອກດອກເບັ່ງບານໄດ້ມາຮອດແລ້ວ

2018-04-27 16:42:35 |ມາຈາກ: Yunnan Gateway

ໃນວັນທີ24ເດືອນເມສາ,ພາຍໃນຫ້ອງຜະລິດຕະພັນຂອງບໍລິສັດປຸງແຕ່ງດອກກຸຫຼາບທ້ອງຖິ່ນແຫ່ງໜຶ່ງແມ່ນເຕັມໄປດ້ວຍດອກກຸຫຼາບສົດທີ່ຫາກໍຂົນສົ່ງມາເຖິງ.

ຫວ່າງມໍ່ໆມານີ້,ດອກກຸຫຼາບທີ່ສາມາດກິນໄດ້ຂອງຖະຫນົນທີ່ແປດເມືອງອ່ານໜິງແຂວງຢຸນນານໄດ້ຮອດລະດູເບັ່ງບານອອກດອກແລ້ວ,ຊາວບ້ານເຂດທ້ອງຖິ່ນພາກັນເຂົ້າຮ່ວມວຽກ, ໄປເກັບກ່ຽວດອກໄມ້ທີ່ສວນແລະສົ່ງໄປຂາຍ,ມີນັກທ່ອງທ່ຽວຈຳນວນບໍ່ໜ້ອຍທີ່ໄດ້ມາທ່ຽວຊົມຕາມກິ່ນຫອມຂອງດອກໄມ້,ເຊິ່ງເປັນການເປີດເສັ້ນທາງການເດີນທາງທີ່ມີກິ່ນຫອມຫວານ.

ໃນວັນທີ24ເດືອນເມສາ,ພາຍໃນຫ້ອງຜະລິດຕະພັນຂອງບໍລິສັດປຸງແຕ່ງດອກກຸຫຼາບທ້ອງຖິ່ນແຫ່ງໜຶ່ງ,ການປຸງແຕ່ງດອກກຸຫຼາບຕ້ອງຜ່ານສິບກວ່າຂັ້ນຕອນຄື:ການເລືອກດ້ວຍລົມ,ການເລືອກດ້ວຍແມ່ເຫຼັກ,ການຄັດເລືອກ,ການຄັດເລືອກດ້ວຍແຮງງານຄົນ,ການລ້າງດ້ວຍນໍ້າສະອາດແລະການຜະລິດເປັນຕົ້ນ.

ເນື້ອທີ່ການປູກຝັງຂອງເມືອງອ່ານໜິງແຂວງຢຸນນານເກືອບໝື່ນກວ່າມຸ້,ເປັນສະຖານທີ່ພື້ນຖານປູກຝັງຕົ້ນຕໍຂອງດອກກຸຫຼາບທີ່ສາມາດກິນໄດ້ຂອງແຂວງຢຸນນານ,ກໍເປັນໜຶ່ງໃນສະຖານທີ່ທີ່ສະໜອງວັດຖຸດິບຫລັກຂອງເຂົ້າໜົມດອກໄມ້ ,ເຊິ່ງເປັນເຂົ້າໜົມເອກະລັກຂອງຢຸນນານ.ຮູບພາບແມ່ນດອກກຸຫຼາບທີ່ກຳລັງເບັ່ງບານທີ່ໃນສວນດອກໄມ້.

ຊາວບ້ານກຳລັງເກັບກ່ຽວດອກກຸຫຼາບຢູ່ໃນທົ່ງດອກໄມ້.

ເດັກນ້ອຍຜູ້ໜຶ່ງກຳລັງໃສ່ສາຍຄໍທີ່ເຮັດດ້ວຍດອກກຸຫຼາບ.