ທັດສະນະສະເໜ່ຂອງວັດທະນະທຳເຜົ່າຫວ້າ

2018-05-02 15:27:15 |ມາຈາກ: Yunnan Gateway

ນັກສິລະປະກຳລັງສະແດງໃນລະຄອນເພງແລະຟ້ອນທີ່ມີຫົວຂໍ້ວ່າ“ພາບພິມໃຈຂອງຊົນເຜົ່າ•ເມືອງຊື່ກ່າງລີ”.ໃນລະຫວ່າງບຸນສະເຫຼີມສະຫຼອງ“ທາທ່ານໃຫ້ເປັນສີດຳ”ຂອງເມືອງຊື່ກ່າງລີເຜົ່າຫວ້າປະເທດຈີນປະຈຳປີ2018,ລະຄອນເພງແລະຟ້ອນຫົວຂໍ້“ພາບພິມໃຈຂອງຊົນເຜົ່າ•ເມືອງຊື່ກ່າງລີ”ຂະໜາດໃຫຍ່ທີ່ສະແດງໂດຍເຜົ່າຫວ້າໄດ້ຈັດການສະແດງຫຼາຍເທື່ອທີ່ໂຮງລະຄອນສູນສິລະປະການສະແດງເມືອງຊື່ກ່າງລີກິ່ງແຂວງປົກຄອງຕົນເອງເຜົ່າຫວ້າຊ່າງຢວນນະຄອນຫຼີນຊ່າງແຂວງຢຸນນານ.ລະຄອນນີ້ປະກອບດ້ວຍ5ພາກສ່ວນຄື:ເພງບູຮານທີ່ປະດິດສ້າງໂລກ,ສະແດງບຸນຄຸນຕໍ່ດິນແລະຟ້າ,ການສັນລະເສີນການເຮັດໄຮ່ໄຖນາ,ເພງໃໝ່ຂອງເຜົ່າຫວ້າແລະຄິດເຖິງພູຫວ້າ,ສະແດງພາບຊີວິດການເປັນຢູ່ຂອງປະຊາຊົນເຜົ່າຫວ້າດ້ວຍປັດໃຈຕ່າງໆທີ່ເປັນເອກະລັກຂອງບ້ານເຜົ່າຫວ້າເຊັ່ນ:ຮູບແຕ້ມຢູ່ເທິງພູຜາ,ການຟ້ອນລຳດວງມີດແລະການຕຳເຂົ້າເປັນຕົ້ນ,ເຊິ່ງສາມາດໃຫ້ຜູ້ຊົມທັດສະນະວັດທະນະທຳຂອງເຜົ່າຫວ້າຢ່າງໃກ້ຊິດ.