ນາຂັ້ນໄດປະຕາທີ່ກິ່ງແຂວງເຜົ່າຮານີຫົງເຫີ ແຂວງຢຸນນານ

2018-05-07 16:12:42 |ມາຈາກ: Yunnan Gateway

ນາຂັ້ນໄດປະຕາເປັນເຂດທ່ຽວຊົມທັດສະນິຍະພາບຕາເວັນຕົກດິນ,ທະເລໝອກ ແລະ ທິວທັດທຳມະຊາດຂອງໝູ່ບ້ານອັນສວຍງາມທີ່ມີຊື່ສຽງ..ທັດສະນິຍະພາບທີ່ສວຍງາມທີ່ສຸດຂອງມັນແມ່ນເວລາຕາເວັນລັບຂອບຟ້າ,ເມື່ອແສງສຸລິຍາແດງເຕັມທົ່ວທ້ອງຟ້າ.

ພູມປະເທດຂອງເຂດນີ້ແມ່ນທຸລະກັນດານແລະຮູບພາບກໍຍິ່ງໃຫຍ່ຕະການຕາ.ເມື່ອທ່ານມາເຖິງເຂດນີ້,ຖ້າມາຕອນທີ່ອາກາດດີທັງໄດ້ຢືນຢູ່ສະຖານທີ່ທີ່ດີ,ທ່ານຈະສາມາດແນມເຫັນຕາເວັນຈຳນວນຫຼາຍພັນໜ່ວຍແຈກຢາຍນຳກັນເຊິ່ງເປັນຮູບພາບທີ່ມະຫັດສະຈັນຫລາຍ(ນາຂັ້ນໄດແຕ່ລະແຜ່ນໄດ້ສ່ອງແສງພາບຕາເວັນໜ່ວຍໜຶ່ງ).