ໝີແພນດ້າຈີນທີ່ເມືອງຄ່າເອີຈະຣີປະເທດການາດາໄດ້ເປີດຕົວຄັ້ງທຳອິດສູ່ສາທາລະນະຊົນ

2018-05-10 15:54:19 |ມາຈາກ: Yunnan Gateway

ໃນມໍ່ໆນີ້,ໝີແພນດ້າທີ່ປະເທດຈີນໃຫ້ປະເທດການາດາຢືມຈຳນວນ4ໂຕນັ້ນໄດ້ປະກົດຕົວສູ່ສາທາລະນະຊົນທີ່“ແລວທາງໝີແພນດາ”ໃນສວນສັດເມືອງຄ່າເອີຈະຣີປະເທດການາດາເຊິ່ງເປັນບ້ານໃໝ່ຂອງພວກມັນຢ່າງເປັນທາງການ.ໝີແພນດ້າເພດຜູ້“ຕ້າໝາວ”ກັບໜີແພນດ້າເພດແມ່“ເອີ້ໂຊ້ນ”ໄດ້ມາເຖິງປະເທດການາດາໃນເດືອນມີນາ,ປີ2013.ຫຼັງຈາກໄດ້ດຳລົງຊີວິດຢູ່ນະຄອນໂຕຣອນໂຕ(Toronto)ທັງໝົດ5ປີແລ້ວ,ພວກມັນແລະ“ເອີ້ໂຊ້ນ”ໄດ້ຮັບການປະສົມພັນທຽມ,ກ່ອນໜ້ານີ້ສອງປີເຄິ່ງໄດ້ເກີດລູກແຝດທຽມ“ເຈ່ຍພ້ານພ້ານ”ແລະ“ເຈ່ຍເຢ້ວເຢ້ວ”.ຕົ້ນເດືອນ3ປີນີ້ຈຶ່ງໄດ້ຍ້າຍສະຖານທີ່ມາດຳລົງຊີວິດຢູ່ເມືອງຄ່າເອີຈະຣີແລະຈະດຳລົງຊີວິດຢູ່ທີ່ນີ້ອີກ5ປີ.