ພາບຖ່າຍຈາກມຸມສູງຂອງບ້ານເຜົ່າຈ້ວງແລະເຜົ່າມົ້ງເມືອງເຫວີນຊານແຂວງຢຸນນານ

2018-05-16 15:30:04 |ມາຈາກ: Yunnan Gateway

ຊາວກະສິກອນຊາກຳລັງເກັບໃບຊາທີ່ເຂດພື້ນຖານປູກຝັງໃບຊາໄຂຊິນກິ່ງແຂວງເຫວີນຊານ.

ກິ່ງແຂວງປົກຄອງຕົນເອງໂດຍເຜົ່າຈ້ວງແລະເຜົ່າມົ້ງເມືອງເຫລີນຊານຕັ້ງຢູ່ພາກຕາເວັນອອກສຽງໃຕ້ຂອງແຂວງຢຸນນານ,ເຊິ່ງເປັນກິ່ງແຂວງປົກຄອງຕົນເອງພຽງແຫ່ງດຽວທົ່ວປະເທດຈີນທີ່ປະກອບມີເຜົ່າຈ້ວງແລະເຜົ່າມົ້ງເປັນຫຼັກ.

ເຂດພື້ນຖານປູກຝັງເຂົ້າກົ້ງເຂດສາມລາບຂອງເຂດທ່ອງທ່ຽວປ່າປາວກິ່ງແຂວງເຫວີນຊານ.

ກິ່ງແຂວງປົກຄອງຕົນເອງເຫວີນຊານບໍ່ພຽງແຕ່ເປັນເຂດຜະລິດດັ້ງເດີມແລະເຂດຫຼັກໃນການຜະລິດ ຢາພື້ນເມືອງຈີນ“ສາມເຈັດ”ເຊິ່ງເປັນຢາພື້ນເມືອງຈີນອັນລໍ້າຄ່າຊະນິດໜຶ່ງເທົ່ານັ້ນ,ໝາກເຜັດ ຢາສູບເຜົາ ຊາມັນແລະຜົນຜະລິດຕະພັນກະສິກຳອື່ນໆກໍມີຊື່ສຽງທີ່ດີຄືກັນ. ຍິ່ງມີຊັບພະຍາກອນການທ່ອງທ່ຽວທີ່ມີລັກສະນະເປັນທິວທັດທຳມະຊາດແລະວັດທະນະທຳຂອງພື້ນເມືອງທີ່ເປັນເອກະພາບກັນເຊັ່ນ:ເຂດທ່ອງທ່ຽວຜູ້ເຈີໄຮແລະເຂດທ່ອງທ່ຽວປ້າເຫມີຍເປັນຕົ້ນ.

ການປັບປຸງການທຳລາຍສິ່ງແວດລ້ອມຂອງກິ່ງແຂວງເຫວີນຊານໄດ້ຮັບຜົນສຳເລັດຢ່າງມີປະສິດທິຜົນ.

ຄຽງຄູ່ກັບການເປີດບໍລິການຂອງລົດໄຟຢຸນນານຫາກວາງຊີ,ກິ່ງແຂວງເຫວີນຊານໄດ້ກ້າວເຂົ້າສູ່ຍຸກສະໄໝລົດໄຟຄວາມໄວສູງອີກບາດກ້າວໜຶ່ງ.ໃນປີ2017, ຍອດຜະລິດຕະພັນພາກພື້ນທົ່ວກິ່ງແຂວງໄດ້ບັນລຸຮອດ80,91ຕື້ຢວນ.ຈຳນວນປະຊາຊົນຜູ້ທຸກຍາກທົ່ວກິ່ງແຂວງໄດ້ຫຼຸດຈາກ1.407.200 ຄົນໃນປີ1990ລົງມາຢູ່ທີ່ 295.600 ຄົນໃນປີ2017,ອັດຕາການເກີດຄວາມທຸກຍາກຫຼຸດລົງເຖິງ9,36%.

ຫົນທາງເສັ້ນໃຫຍ່ໄດ້ນຳພາການພັດທະນາອັນຍິ່ງໃຫຍ່.ໂຄງລ່າງພື້ນຖານກໍຄືການຄົມມະນາຄົມໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ,ບ້ານເຜົ່າຈ້ວງແລະເຜົ່າມົ້ງທີ່ຕັ້ງຢູ່ເຂດພາກຕາເວັນຕົກສຽງໃຕ້ຂອງປະເທດຈີນ,ໄດ້ກາຍເປັນ“ເຂດສູງແຫ່ງໃໝ່”ທີ່ມີທ່າແຮງອັນຊັດເຈນແລະ ສິ່ງບົ່ມຊ້ອນທີ່ກຳລັງຈະປາກົດອອກມາ.