ຊິງຊ້າສະຫວັນທີ່ບໍ່ມີແກນໃຫຍ່ທີ່ສຸດໃນໂລກໄດ້ເປີດບໍລິການຢ່າງເປັນທາງການ

2018-05-16 15:34:43 |ມາຈາກ: Yunnan Gateway

ຊິງຊ້າສະຫວັນທີ່ບໍ່ມີແກນອັນໃຫຍ່ທີ່ສຸດໃນໂລກ “ດວງຕາຂອງທະເລປໍໄຮ”ທີ່ຕັ້ງຢູ່ປາກທາງເຂົ້າທະເລຂອງແມ່ນໍ້າປາຍລ້າງ ເຂດເມືອງປິນໄຮ ນະຄອນໄຫວຟາງ ແຂວງຊ່ານຕົ່ງໄດ້ເປີດບໍລິການຢ່າງເປັນທາງການ ໃນວັນທີ16ເດືອນພຶດສະພາ.ໂດຍການແນະນຳຂອງພະນັກງານທີ່ກ່ຽວຂ້ອງ, “ດວງຕາຂອງທະເລປໍໄຮ”ນຳໃຊ້ຮູບແບບການປະສົມປະສານຂົວກັບຊິງຊ້າສະຫວັນ,ຂ້າມຜ່ານແມ່ນໍ້າປາຍລ້າງ,ຄວາມຍາວທັງໝົດຂອງຂົວແມ່ນ540ແມັດ,ຊິງຊ້າສະຫວັນໄດ້ຕັ້ງຢູ່ສູນກາງຂອງຂົວ,ເສັ້ນຜ່າກາງແມ່ນ125ແມັດ, ຄວາມສູງທັງຫມົດແມ່ນ145ແມັດ,ມີຕູ້ຈຳນວນ36ໜ່ວຍ,ແຕ່ລະຕູ້ສາມາດນັ່ງ8ຫາ10ຄົນ,ໝູນໜຶ່ງຮອບ ໃຊ້ເວລາ30ນາທີ. ນອກຈາກສາມາດຂີ່ຊິງຊ້າສະຫວັນເບິ່ງຊົມທິວທັດທະເລອັນສວຍສົດງົດງາມແລ້ວ,ຝ່າຍເຈົ້າຫນ້າທີ່ທີ່ກ່ຽວຂ້ອງຍັງໄດ້ກະກຽມກິດຈະກຳບັນເທິງລະດັບສູງພາຍໃນຫ້ອງຈຳນວນຫ້າຢ່າງໃຫ້ນັກທ່ອງທ່ຽວຢ່າງດີ.