ການເກັບກ່ຽວດອກກຸຫຼາບໃນຊ່ວງເລີ່ມຕົ້ນຂອງລະດູຮ້ອນ

2018-05-17 15:52:30 |ມາຈາກ: Yunnan Gateway

ໃນວັນທີ16ເດືອນພຶດສະພານີ້,ຊາວບ້ານຂອງບ້ານທ້າຍຜິງກຳລັງເກັບກ່ຽວດອກກຸຫຼາບທີ່ກິນໄດ້ໃນສວນດອກໄມ້.

ໃນຊ່ວງເລີ່ມຕົ້ນຂອງລະດູຮ້ອນ,ຊາວບ້ານຂອງບ້ານທ້າຍຜິງເຂດເມືອງສາງອ່ານ ນະຄອນຊີອ່ານ ແຂວງສ້ານຊີກຳລັງເລັ່ງເກັບກ່ຽວດອກກຸຫຼາບທີ່ກິນໄດ້.ໂດຍໄດ້ຮັບຮູ້ວ່າ, ການປູກຝັງດອກກຸຫຼາບທີ່ກິນໄດ້ຂອງຊາວກະສິກອນບ້ານທ້າຍຜິງໄດ້ມີປະຫວັດສາດມາເຖິງ 40 ປີແລ້ວ,ມູນເຊື້ອການຜະລິດນໍ້າແຈ່ວດອກກຸຫຼາບດ້ວຍມືຂອງທ້ອງຖິ່ນນີ້ໄດ້ສືບທອດຕໍ່ເນື່ອງມາເຖິງປັດຈຸບັນ.