ເຕັກນິກອັດສະລິຍະ:ຕ້ອນຮັບອະນາຄົດທີ່ມາເຖິງແລ້ວ

2018-05-18 17:34:45 |ມາຈາກ: Yunnan Gateway

ໃນວັນທີ 17 ເດືອນພຶດສະພາ,ຜູ້ຊົມກຳລັງທັດສະນະຫຸ່ນຍົນພາຍໃຕ້ນໍ້າຂອງເຊີ່ນຈື່ຫຼານໃນງານວາງສະແດງເຕັກນິກອັດສະລິຍະທີ່ສູນງານວາງສະແດງເໝີຍຈ່ຽງກຳແພງນະຄອນທຽນສິນ.

ໃນກອງປະຊຸມອັດສະລິຍະສາກົນຄັ້ງທີ່ 2 ທີ່ໄດ້ຈັດຂຶ້ນທີ່ກຳແພງນະຄອນທຽນສິນລະຫວ່າງວັນທີ 16 ຫາ 18,ປະທານສະມາຄົມເຕັກນິກປະເທດຈີນ ທ່ານວ້ານກ່າງໄດ້ຍົກຕົວຢ່າງສະພາບການໃນຊີວິດປະຈຳວັນຕ່າງໆເຊິ່ງໄດ້ເຮັດໃຫ້ຜູ້ຊົມມີຄວາມຮູ້ສຶກວ່າ:ອະນາຄົດໄດ້ມາເຖິງແລ້ວ!

ໃນວັນທີ 17 ເດືອນພຶດສະພາ,ຜູ້ຊົມກຳລັງທັດສະນະລົດຂົນສົ່ງເຄື່ອງຂອງບໍລິສັດຈິ່ງຕົ່ງໃນ ງານວາງສະແດງເຕັກນິກອັດສະລິຍະທີ່ສູນງານວາງສະແດງເໝີຍຈ່ຽງກຳແພງນະຄອນທຽນສິນ.

ໃນວັນທີ 16 ເດືອນພຶດສະພາ,ປະທານຄະນະຜູ້ອຳນວຍການຂອງກຸ່ມບໍລິສັດອາຫຼີປ່າປ່າ ທ່ານໝ້າຢຸ໋ນ(ຜູ້ຢູ່ກາງ)ກຳລັງກ່າວຄຳປາໄສກ່ຽວກັບສະພາບການໃນປັດຈຸບັນແລະອະນາຄົດຂອງເຕັກນິກປັນຍາປະດິດໃນເວທີສົນທະນາຫຼັກຂອງກອງປະຊຸມອັດສະລິຍະສາກົນຄັ້ງທີ່ສອງ ທີ່ ກຳແພງນະຄອນທຽນສິນ.

ບໍລິສັດຫຸ້ນສ່ວນ ຊູ້ນໄຟເຄີຕ້າຈຳກັດທີ່ຕັ້ງຢູ່ນະຕອນເຫີໄຝ,ພະນັກງານຂອງບໍລິສັດກຳລັງນຳສະເຫນີເຄື່ອງຈັກແປພາສາລຸ້ນ2.0.

ຊາວເມືອງກຳລັງທັດສະນະການບໍລິການກວດພະຍາດຂອງຫຸ່ນຍົນທີ່ເຂດພາກໃຕ້ຂອງໂຮງໝໍລະດັບແຂວງອ່ານຮຸຍ.

ຜູ້ບໍລິໂພກຂອງນະຄອນຊຽງໄຮສະແກນໃບໜ້າຂອງຕົນເພື່ອເຂົ້າໄປໃນ“ຮ້ານຄ້າທີ່ບໍ່ມີຄົນຂາຍ”ທີ່ເຂດເມືອງຢາງຜູ້.

ໃນວັນທີ 8 ເດືອນພຶດສະພາ,ຜູ້ໂດຍສານຂຶ້ນຂີ່ລົດເມນ້ອຍທີ່ບໍ່ມີຄົນຂັບເຊິ່ງເປັນລົດເມທີ່ຍັງຢູ່ໃນຂັ້ນຕອນການທົດລອງແລ່ນໃນເຂດມະຫາວິທະຍາໄລຄົມມະນາຄົມຊຽງໄຮ.

ຊ່ອງເສັ້ນທາງອັດສະລິຍະນະຄອນຈູ່ໂຈ່ວແຂວງຫູນານເສັ້ນຄວາມໄວ A1 ທີ່ຖ່າຍໃນວັນທີ 8 ເດືອນພຶດສະພາ.

ໃນວັນທີ 3 ເດືອນພຶດສະພາ,ໃນກອງປະຊຸມຖະແຫຼງການທີ່ຈັດຂຶ້ນຢູ່ສູນກອງປະຊຸມສາກົນນະຄອນຊຽງໄຮ,ປະທານເຈົ້າຫນ້າທີ່ບໍລິຫານຂອງບໍລິສັດເຕັກນິກ ຫານອູຈີ້ ທ່ານເສີນທ່ຽນສື ກຳລັງແນະນຳຊິບປັນຍາປະດິດລະບົບຄລາວ(Cloud) ແບບທຳອິດພາຍໃນປະເທດ.