ຢ້ຽມຢາມບ້ານຢູ່ດີແລະສວຍງາມ

2018-05-23 15:35:34 |ມາຈາກ: Yunnan Gateway

ເລີ່ມຈາກປີ 2015 ເປັນຕົ້ນມາ,ຖະໜົນຈູ່ແຈເຂດເມືອງສີຫຼີນນະຄອນສີຈິ້ງແຂວງຢຸນນານໄດ້ຈັດຕັ້ງກໍ່ສ້າງບ້ານຢູ່ດີ ແລະສວຍງາມຈຳນວນ 22 ບ້ານ,ໄດ້ສຸມກຳລັງກໍ່ສ້າງຖະໜົນຈູ່ແຈເປັນບ້ານທີ່ມີ“ເຮືອນໃໝ່ບ້ານໃໝ່,ວັດທະນະທຳນິເວດ,ເໝາະສົມດຳລົງຊີວິດແລະເໝາະສົມທຳມາຫາກິນ”.

ຄຽງຄູ່ກັບການຊຸກຍູ້ການກໍ່ສ້າງບ້ານຢູ່ດີແລະສວຍງາມຢ່າງເປັນລຳດັບ,ເສັ້ນທາງໄດ້ຮັບການປັບປຸງໃຫ້ເຂັ້ມແຂງຂຶ້ນໃນແຕ່ລະບ້ານທຳມະຊາດ,ການປັບປຸງຮ່ອງນໍ້າທຳມະຊາດ,ການຕິດຕັ້ງທໍ່ນໍ້າດື່ມ,ການປັບປຸງເຄືອຂ່າຍໄຟຟ້າ,ການປັບປຸງສິ່ງແວດລ້ອມເປັນສີຂຽວແລະດ້ານອື່ນໆໄດ້ຮັບຜົນສຳເລັດຢ່າງເດັ່ນຊັດ, ບ້ານຊົນນະບົດໃໝ່ທີ່ມີສິ່ງແວດລ້ອມສວຍສົດງົດງາມໄດ້ຄ່ອຍທະຍອຍປະກົດອອກມາ.