ຮູບເງົາບັນທຶກການຕໍ່ສູ້ຫຼຸດພົ້ນຄວາມທຸກຍາກຂອງບ້ານເຜົ່າຈ້ວງແລະເຜົ່າມົ້ງ

2018-05-24 16:18:04 |ມາຈາກ: Yunnan Gateway

ກິ່ງແຂວງປົກຄອງຕົນເອງໂດຍເຜົ່າຈ້ວງແລະເຜົ່າມົ້ງເຫວີນຊ່ານແຂວງຢຸນນານເປັນກິ່ງແຂວງພຽງແຫ່ງດຽວທີ່ປະກອບດ້ວຍຊາວເຜົ່າຈ້ວງແລະເຜົ່າມົ້ງເປັນຕົ້ນຕໍ,ພົນລະເມືອງຊົນເຜົ່າສ່ວນໜ້ອຍກວມລວມເຖິງ 58%.

ກິ່ງແຂວງເຫວີນຊ່ານເປັນເຂດເກົ່າແກ່ຂອງການປະຕິຮູບ,ເຂດປົກຄອງຕົນເອງໂດຍຊົນເຜົ່າສ່ວນໜ້ອຍ,ເຂດຊາຍແດນຂອງປະເທດຈີນແລະເຂດດ້ອຍພັດທະນາ,ເຊິ່ງເປັນໜຶ່ງໃນສະໜາມຕົ້ນຕໍໃນຂະບວນການຕໍ່ສູ້ຫຼຸດພົ້ນອອກຈາກຄວາມທຸກຍາກຂອງແຂວງຢຸນນານ.ຊຸມປີນີ້,ກິ່ງແຂວງເຫວີນຊ່ານໄດ້ເຊີດຊູ“ຈິດໃຈກໍ່ສ້າງພາກຕາເວັນຕົກຢ່າງທໍລະຫົດອົດທົນ”, ໂດຍຜ່ານມາດຕະການຕ່າງໆດັ່ງເຊັ່ນ ການກໍ່ສ້າງ ໂຄງລ່າງພື້ນຖານ, ການຜະລິດແກ້ໄຂຄວາມທຸກຍາກ, ການສຶກສາແກ້ໄຂຄວາມທຸກຍາກ, ສຸຂະພາບແຂງແຮງແກ້ໄຂຄວາມທຸກຍາກ, ການຍົກຍ້າຍທີ່ຢູ່ອາໃສແລະສິ່ງແວດລ້ອມນິເວດດີເພື່ອແກ້ໄຂຄວາມທຸກຍາກ, ເຊິ່ງລວມແລ້ວສາມາດແກ້ໄຂບັນຫາຄວາມທຸກຍາກຂອງພົນລະເມືອງໄດ້ຈຳນວນ 352,4ພັນຄົນ, ເຊິ່ງທັງໝົດໄດ້ແກ້ໄຂບັນຫາກິນອີ່ມນຸ່ງອຸ່ນຂອງພົນລະເມືອງທຸກຍາກທີ່ທຸກຍາກຫຼາຍຈຳນວນ 115,6ພັນຄົນຢ່າງຮອບດ້ານ.