ປະຊາຊົນທີ່ດຳລົງຊີວິດຢູ່ໃນທົ່ງຫຍ້າເມືອງອ່າຫຼີແຂວງທິເບດ

2018-05-29 15:22:15 |ມາຈາກ: Yunnan Gateway

ຄວາມແຕກຕ່າງກັນອັນໃຫຍ່ທີ່ສຸດລະຫວ່າງການດຳລົງຊິວິດຢູ່ເຂດພູພຽງແຂວງທິເບດທີ່ມີຄວາມສູງຈາກລະດັບໜ້ານໍ້າທະເລສະເລ່ຍ 4500 ແມັດ ກັບທົ່ງພຽງແມ່ນຄວາມບໍ່ພຽງພໍຂອງອົກຊີເຈນ.ບ່ອນທີ່ຖືກທຸກຄົນເອີ້ນວ່າທິເບດນັ້ນກໍແມ່ນພູພຽງອ່າຫຼີນັ້ນແຫຼະ,ພູພຽງອ່າຫຼີມີແຜ່ນດິນກວ້າງໃຫຍ່ໄພສານ,ມີທິວທັດທຳມະຊາດທີ່ສວຍສົດງົດງາມ,ເປັນເຂດທີ່ຫຼາຍຄົນປາຖະຫນາຢາກມາ. ພວກແມ່ຍິງທີ່ເຮັດວຽກນຳໂຕງົວແລະໂຕແບ້ຕະຫຼອດປີນີ້, ຈະເປັນຕົວລະຄອນຫຼັກທີ່ພວກເຮົາຈະຖ່າຍຮູບໃນມື້ນີ້,ສາມາດເວົ້າໄດ້ວ່າ,ເຂົາເຈົ້າໄດ້ດຳລົງຊີວິດຢ່າງສະຫງົບກົມກຽວ,ອອກເຮັດວຽກເມື່ອຕາເວັນຂຶ້ນແລະພັກຜ່ອນເມື່ອຕາເວັນຕົກ.ຢູ່ເຂດອ່າຫຼີ,ບໍ່ມີລົດຕິດ,ມີແຕ່ຄວາມສະຫງົບ.