ລະຄອນ“ເຮືອນເກົ່າຂອງຄຸນໝິງ”

2018-05-30 17:45:32 |ມາຈາກ: Yunnan Gateway

ຫວ່າງມໍ່ໆມານີ້,ລະຄອນ“ເຮືອນເກົ່າຂອງຄຸນໝິງ” ໄດ້ຈັດການສະແດງຄັ້ງທີ່ 6ທີ່ເດີ່ນບ້ານຂອງເຮືອນຕະກູນໝ້າ ນະຄອນຄຸນໝິງແຂວງຢຸນນານ.ລະຄອນ“ເຮືອນເກົ່າຂອງຄຸນໝິງ”ເປັນ“ລະຄອນໃນສະໄໝຫມິນເກາະ”ຂອງຊາວຄຸນໝິງເອງ,ລະຄອນນີ້ໄດ້ພັນລະນາເຖິງຊີວິດການເປັນຢູ່ຂອງຄອບຄົວໃຫຍ່ຄອບຄົວໜຶ່ງ,ເຂດທ້ອງຖິ່ນແລະສາຍພົວພັນໃນລະຄອນທີ່ໄດ້ສະແດງອອກມານັ້ນເປັນເອກະລັກພິເສດທີ່ຊາວຄຸນໝິງໄດ້ມີ. ທ່ານ ຢາງຢ້າວຫົງ ນັກຂຽນແລະຜູ້ອຳນວຍການຂອງລະຄອນນີ້ເວົ້າວ່າ“ຈິດໃຈທີ່ບໍລິສຸດ ເມດຕາ ເອື້ອເຟື້ອເຜື່ອແຜ່ແລະກ້າຫານນັ້ນ,ກໍເປັນຈິດໃຈອັນແທ້ຈິງຂອງຊາວຄຸນໝິງນັ້ນແຫຼະ.”