ສິບສອງພັ່ນນາປະກົດເຫັນຫີນອຸກກາບາດ

2018-06-05 15:11:55 |ມາຈາກ: Yunnan Gateway

ໃນຕອນຄໍ່າຂອງວັນທີ 1 ເດືອນມິຖຸນາ,ຢູ່ນະຄອນຊຽງຮຸ່ງກິ່ງແຂວງປົກຄອງຕົນເອງໂດຍເຜົ່າໄທລື້ສິບສອງພັນນາແລະທ້ອງຖິ່ນອື່ນໆປະກົດມີວັດຖຸຢ່າງໜື່ງທີ່ມີແສງສະຫວ່າງຕົກລົງສູ່ແຜ່ນດິນ,ຈາກໃນວິດີໂອຂອງຊາວບ້ານທ້ອງຖິ່ນທີ່ຖ່າຍໄດ້ ສາມາດເຫັນວ່າ:ມີແສງສີຂາວເສັ້ນໜື່ງປະກົດຢູ່ເທິງທ້ອງຟ້າຢ່າງທັນທີ,ເຊິ່ງປາກົດການນີ້ມີຢູ່ປະມານ 2 ວິນາທີ.ຕໍ່ມາ,ຊາວບ້ານທີ່ຢູ່ອ້ອມຂ້າງໄດ້ພົບເຫັນແລະເກັບອຸກກາບາດທີ່ເປັນສີດຳໄດ້ ແລະ ມີຂະໜາດໃຫຍ່ເທົ່າໄຂ່ໄກ່ຈຳນວນ 10 ກວ່າໜ່ວຍ.