ດິນຊຸ່ມຢົງອ່ານນະຄອນຈ່າວທົ່ງ:ເປັນເຂດທີ່ເຕັມໄປດ້ວຍດອກໄມ້ອັນສວຍງາມ

2018-06-12 15:39:04 |ມາຈາກ: Yunnan Gateway

ດິນຊຸ່ມຕ້າໄຮຈືເມືອງຢົງສານນະຄອນຈ່າວທົ່ງ,ມີລະດັບຄວາມສູງຈາກໜ້ານໍ້າທະເລ 2500 ແມັດ,ເປັນເຂດພູສູງແລະໜາວເຢັນ. ສະຖານທີ່ນີ້ມີຄວາມພິເສດເຊິ່ງສະພາບແວດລ້ອມດ້ານພູມສາດເປັນພູສູງ,ແຜ່ນດິນກວ້າງໃຫຍ່ໄພສານແລະບໍ່ມີຄົນຫຼາຍ,ປະລິມານຝົນຕົກແມ່ນອຸດົມສົມບູນ.ໃນລະດູຮ້ອນຂອງແຕ່ລະປີ,ຢູ່ເທິງດິນຊຸ່ມອັນກວ້າງໃຫຍ່ນີ້ຈະເຕັມໄປດ້ວຍດອກໄມ້ທີ່ມີຫຼາຍສີຫຼາຍສັນ,ເຊິ່ງເປັນໜ້າປະທັບໃຈຫຼາຍ.