ງານວາງສະແດງສິນຄ້າຈີນ-ອາຊີໃຕ້ຄັ້ງທີ 5 ໄດ້ເປີດສາກທີ່ີຄຸນໝິງຢ່າງເປັນທາງການ

2018-06-15 16:14:35 |ມາຈາກ: Yunnan Gateway

ໃນຕອນເຊົ້າຂອງວັນທີ 14 ເດືອນມິຖຸນາ,ງານວາງສະແດງສິນຄ້າຈີນ-ອາຊີໃຕ້ຄັ້ງທີ 5 ແລະ ງານເສດຖະກິດການຄ້າສິນຄ້າຂາເຂົ້າຂາອອກຄຸນໝິງປະເທດຈີນຄັ້ງທີ 25 ໄດ້ເປີດສາກທີ່ນະຄອນຄຸນໝິງແຂວງຢຸນນານຢ່າງເປັນທາງການ.

ໂດຍໄດ້ຮັບຮູ້ວ່າ,ງານວາງສະແດງຄັ້ງນີ້ຈະຈັດຕັ້ງຫໍວາງສະແດງ 19 ຫໍ,ພື້ນທີ່ຂອງການວາງສະແດງແມ່ນ 19 ໝື່ນຕາແມັດ,ໂຕະວາງສະແດງເປັນມາດຖານປະມານ 8500 ໜ່ວຍ,ເຊິ່ງເປັນຂະໜາດອັນໃຫຍ່ທີ່ສຸດຂອງງານ EXP ທີ່ບໍ່ເຄີຍມີມາກ່ອນ.ລວມທັງຫມົດມີ 80 ກວ່າປະເທດ ພາກພື້ນແລະອົງການຈັດຕັ້ງສາກົນເຂົ້າຮ່ວມການວາງສະແດງແລະປະຊຸມຄັ້ງນີ້.ຫ້ອງວາງສະແດງຈະເປີດການບໍລິການສູ່ປະຊາຊົນລະຫວ່າງໃນວັນທີ 15-20.