ງານ EXP ຄັ້ງທີ່ 5 ໄດ້ພັດເອົາ“ສາຍລົມສາກົນ”ຂຶ້ນມາ

2018-06-19 14:59:14 |ມາຈາກ: Yunnan Gateway

ງານວາງສະແດງສິນຄ້າຈີນ-ອາຊີໃຕ້ຄັ້ງທີ່ 5 ໄດ້ຈັດຕັ້ງຢູ່ສູນວາງສະແດງສາກົນຕ່ຽນສືນະຄອນຄຸນໝິງໃນລະຫວ່າງວັນທີ 14-20 ເດືອນມິຖຸນາ, ງານວາງສະແດງໃນຄັ້ງນີ້ໄດ້ຮັບການຍົກສູງຂຶ້ນສູ່ລະດັບສາກົນອີກກ້າວໜື່ງ, ລວມທັງຫມົດມີ 87 ປະເທດ ພາກພື້ນແລະອົງການສາກົນເຂົ້າຮ່ວມ; ໃນບັນດາວິສາຫະກິດຈຳນວນ 3825 ແຫ່ງທີ່ເຂົ້າຮ່ວມການວາງສະແດງນັ້ນ,ວິສາຫະກິດຕ່າງປະເທດໄດ້ກວມລວມເອົາ 42,46%,ໃນນັ້ນມີມາຈາກປະເທດອາຊີໃຕ້ 526 ແຫ່ງ,ປະເທດອາຊີອາຄະເນ 513ແຫ່ງ,ແຕ່ລະວິສາຫະກິດໄດ້ນຳສິນຄ້າທີ່ມີເອກະລັກຂອງປະເທດຕົນມາຢ່າງຫຼວງຫຼາຍ,ແລະໄດ້ພັດເອົາ“ສາຍລົມສາກົນ”ຂຶ້ນມາ.