ຢ້ຽມຢາມ“ຫໍພິພິທະພັນທຳມະຊາດ”ໃນພູເຂົາຫະມະປາຍໝ້າ

2018-06-19 15:05:44 |ມາຈາກ: Yunnan Gateway

ໃນວັນທີ 10 ເດືອນມິຖຸນາ ປີ 2018,ກຸ່ມສຳພາດ “ຢຸນນານທີ່ສວຍງາມ•ຂ້າມຜ່ານເຂດອະນຸລັກທຳມະຊາດ”ທີ່ປະກອບດ້ວຍກຸ່ມບໍລິສັດກິດຈະການໜັງສືພິມລາຍວັນຢຸນນານແລະພະແນກຂະແໜງການປ່າໄມ້ລະດັບແຂວງໄດ້ເດີນທາງຈາກນະຄອນຄຸນໝິງແລະອອກເດີນທາງສູ່ເຂດອະນຸລັກທຳມະຊາດແຫ່ງຊາດ ພູເຂົາຫິມະປາຍໝ້າ.

ໃນວັນທີ 18 ເດືອນມິຖຸນາ,ກຸ່ມສຳພາດໄດ້ຂ້າມຜ່ານ“ຫໍພິພິທະພັນທຳມະຊາດ”ທີ່ຊ້ອນແຝງຢູ່ໃນພູເຂົາຫິມະ.ທີ່ເຂດສີຈົ່ງກົ້ງໃນເຂດອະນຸລັກທຳມະຊາດແຫ່ງຊາດພູຫິມະປາຍໝ້າມີເສັ້ນທາງໜຶ່ງທີ່ມີໄລຍະຄວາມຍາວ 3 ກວ່າກິໂລແມັດນັ້ນ,ໄດ້ລວມມີ ພູຫິມະ ພູນໍ້າກ້ອນ ໜອງນໍ້າທີ່ເຂດພູສູງ ທົ່ງຫຍ້າ ແມ່ນໍ້າລຳເຊ ດິນຊຸ່ມແລະອື່ນໆ,ຍັງມີພຶກສາສາດແລະສັດສາວາສິ່ງທີ່ອຸດົມສົມບູນ.

ພູຫິມະປາຍໝ້າ

ແມ່ນໍ້າຈູ່ປ່າໂລ້

ຕາມເສັ້ນທາງຈະພົບເຫັນພຶກສາຊາດ ແລະດອກໄມ້ທີ່ສວຍງາມ

ແມ່ນໍ້າຈູ່ປ່າໂລ້

ພົບພໍ້ກຸ່ມຂົນສິ່ງຂອງດ້ວຍມ້າໃນລະຫວ່າງຂຶ້ນພູ