ສະບາຍດີ!ແສງອາລຸນຍາມເຊົ້າ

2018-06-21 13:22:49 |ມາຈາກ: Yunnan Gateway

ໃນວັນທີ 10 ເດືອນມິຖຸນາ ປີ 2018,ກຸ່ມສຳພາດ “ຢຸນນານທີ່ສວຍງາມ•ຂ້າມຜ່ານເຂດອະນຸລັກທຳມະຊາດ”ທີ່ປະກອບດ້ວຍກຸ່ມບໍລິສັດກິດຈະການໜັງສືພິມລາຍວັນຢຸນນານແລະພະແນກຂະແໜງການປ່າໄມ້ລະດັບແຂວງໄດ້ເດີນທາງຈາກນະຄອນຄຸນໝິງແລະອອກເດີນທາງສູ່ເຂດອະນຸລັກທຳມະຊາດແຫ່ງຊາດ ພູເຂົາຫິມະປາຍໝ້າ.

ຍາມເຊົ້າຕອນ 5 ໂມງ,ກຸ່ມສຳພາດອອກເດີນທາງຈາກສະຖານທີ່ພັກ,ຍ່າງມຸ້ງໜ້າໄປສູ່ພູຫິມະປາຍໝ້າ,ຄັ້ງນີ້ເປັນຄັ້ງທຳອິດຂອງເຂົາເຈົ້າທີ່ຍ່າງເຂົ້າເຂດທີ່ບໍ່ມີຄົນ,ຈຶ່ງເບິ່ງຄືວ່າທຸກສິ່ງທຸກຢ່າງແມ່ນລຶກລັບຫາອັນປຽບບໍ່ໄດ້,ບາງເທື່ອຍັງສາມາດຍິນສຽງກະດິງລໍອັນຊັດເຈນດັງມາຈາກໃນພູເຂົາເລິກທີ່ມີໝອກກຸ້ມຢູ່.ໃນໄລຍະການເດີນທາງຕອນນີ້,ກຸ່ມສຳພາດໄດ້ພົບເຫັນພາບວິວທິວທັດຕາເວັນຂຶ້ນອັນສວຍສົດງົດງາມ.