ເມືອງລະດູບານໃໝ່ຮອດຍາມດອກບົວເບັ່ງບານອອກດອກແລ້ວ

2018-06-26 16:00:03 |ມາຈາກ: Yunnan Gateway

ລະດູຮ້ອນໄດ້ມາເຖິງແລ້ວ,ສ່ວນອາກາດຂອງນະຄອນຄຸນໝິງຍັງເຢັນສະບາຍຢູ່,ດອກບົວທີ່ສວນສາທາລະນະຕ້າກວນໄດ້ຮອດລະດູເບັ່ງບານອອກດອກອີກເທື່ອໜຶ່ງ.ໃນຕອນເຊົ້າໆຈຶ່ງມີນັກທ່ອງທ່ຽວຫຼາຍຄົນມາຮອດສວນດັ່ງກ່າວເພື່ອຊົມແລະຖ່າຍຮູບດອກບົວ,ນັກທ່ອງທ່ຽວທີ່ມາຈາກແຂວງອື່ນພາກັນຍ້ອງວ່າອາກາດຂອງນະຄອນຄຸນໝິງເຢັນສະບາຍຫຼາຍ,ແລະຕື່ນຕາຕື່ນໃຈກັບອາກາດແລະສິ່ງແວດລ້ອມທີ່ສວຍງາມຂອງຄຸນໝິງ.