ຢ້ຽມຢາມໂຮງຮຽນມິດຕະພາບຈີນ-ລາວ

2018-06-27 15:49:44 |ມາຈາກ: Yunnan Gateway

ໃນວັນທີ 25 ມິຖຸນາ,ນັກຮຽນກຳລັງເຂົ້າຮຽນທີ່ໂຮງຮຽນມິດຕະພາບຈີນ-ລາວທີ່ແຂວງອຸດົມໄຊ.

ໂຮງຮຽນມິດຕະພາບຈີນ-ລາວເລີ່ມສ້າງຂຶ້ນເມື່ອປີ 2006,ດຳເນີນການສິດສອນດ້ວຍພາສາຈີນແລະພາສາລາວ,ມາເຖິງປັດຈຸບັນໄດ້ເປີດຫ້ອງຮຽນອະນຸບານ, ປະຖົມແລະມັດທະຍົມ.ລວມທັງຫມົດມີຫ້ອງຮຽນຈຳນວນ 26 ຫ້ອງໃນທົ່ວໂຮງຮຽນ,ຈຳນວນນັກຮຽນຂອງໂຮງຮຽນມີເຖິງ 1100 ກວ່າຄົນ,ໃນນັ້ນມີນັກຮຽນທີ່ເປັນສັນຊາດລາວ 60% ຂຶ້ນໄປ.ໃນປັດຈຸບັນ,ເຂດໂຮງຮຽນໃໝ່ຂອງໂຮງຮຽນມິດຕະພາບຈີນ-ລາວກຳລັງເລັ່ງການກໍ່ສ້າງ,ຄາດວ່າຈະສາມາດເຂົ້ານຳໃຊ້ໃນເດືອນ ກັນຍາ ປີນີ້.ຫຼັງຈາກເຂດໂຮງຮຽນໃໝ່ສຳເລັດການກໍ່ສ້າງແລ້ວ,ໂຮງຮຽນມິດຕະພາບຈີນ-ລາວຈະກາຍເປັນໂຮງຮຽນທີ່ມີລັກສະນະລວມສູນແຫ່ງໜຶ່ງ ເຊິ່ງຈະກວມລວມເອົາອະນຸບານ, ປະຖົມ,ມັດທະຍົມຕອນຕົ້ນ,ມັດທະຍົມຕອນປາຍແລະການສິດສອນດ້ານວິຊາຊີບ.