ພູຟານຈິ້ງຊານຂອງເມືອງຖົງເຢີນແຂວງກຸ້ຍໂຈ່ວຖືກຈັດເຂົ້າໃນລາຍຊື່ມໍລະດົກໂລກ

2018-07-03 15:41:19 |ມາຈາກ: Yunnan Gateway

ໃນເວລາ 11 ໂມງ 36 ນາທີຂອງວັນທີ 2 ເດືອນກໍລະກົດ ຕາມເວລາທ້ອງຖິ່ນ,ໃນກອງປະຊຸມມໍລະດົກໂລກຄັ້ງທີ່ 42 ທີ່ໄດ້ຈັດຂຶ້ນຢູ່ມານາມາ ປະເທດບາເຣນ, ໂດຍໄດ້ຮັບຄວາມເຫັນດີອະນຸຍາດຈາກຄະນະກຳມະການມໍລະດົກໂລກອົງການຢູເນສໂກ(UNESCO)ວ່າ,ພູຟານຈິ້ງຊານຂອງເມືອງຖົງເຢີນແຂວງກຸ້ຍໂຈ່ວປະເທດຈີນຖືກຈັດເຂົ້າໃນ“ລາຍຊື່ມໍລະດົກໂລກ”.ມາເຖິງປັດຈຸບັນ,ຈຳນວນມໍລະດົກໂລກຂອງປະເທດຈີນລວມທັງຫມົດມີ 53 ແຫ່ງ,ມໍລະດົກໂລກດ້ານທຳມະຊາດ ມີ 13 ແຫ່ງ. ຈຳນວນມໍລະດົກໂລກດ້ານທຳມະຊາດຂອງປະເທດຈີນໄດ້ກາຍປະເທດອົດສະຕາລີແລະປະເທດອາເມລິກາທີ່ເຄີຍເປັນປະເທດທີ່ມີຈຳນວນມໍລະດົກໂລກທຳມະຊາດເທົ່າກັນ,ແລະກາຍເປັນປະເທດທີ່ມີຈຳນວນມໍລະດົກໂລກດ້ານທຳມະຊາດຫຼາຍທີ່ສຸດໃນໂລກ.