ບຸນທາໜ້າລາຍເມືອງພູເຈີໄຮເປີດສາກຂຶ້ນແລ້ວ

2018-07-20 17:35:33 |ມາຈາກ: YunnanGateway

ຫວ່າງມໍ່ໆມານີ້,ບຸນທາໜ້າລາຍເມືອງພູເຈີໄຮແຂວງຢຸນນານປະຈຳປີ 2018 ໄດ້ເປີດສາກຂຶ້ນທີ່ເມືອງ ສິ່ວເປີຍກິ່ງແຂວງປົກຄອງຕົນເອງເຜົ່າຈ້ວງເຜົ່າມົ້ງເມືອງເຫວີນຊານແຂວງຢຸນນານ.ພາຍໃນໄລຍະເວລາ ໜຶ່ງ ເດືອນ,ຈະມີການສະແດງຟ້ອນລຳທຳເພງທີ່ມີເອກະລັກພິເສດແລະກິດຈະກຳວັດທະນະທຳທີ່ຫຼາກຫຼາຍຈັດຂຶ້ນທີ່ຕົວເມືອງສິ່ວເປີຍແລະເຂດທ່ອງທ່ຽວພູເຈີໄຮຕາມລຳດັບ.

ໂດຍການແນະນຳໃຫ້ຮູ້,ບຸນທາໜ້າລາຍເປັນບຸນວັດທະນະທຳມູນເຊື້ອຂອງຊົນເຜົ່າຢີໃນເມືອງສິ່ວເປີຍ,ໃນສະໄໝບູຮານ,ບັນພະບຸລຸດຄິດວ່າເອົາຂີ້ເຖົ່າຂອງໝໍ້ມາທາໃບໜ້າໃຫ້ເປັນສີດຳຈະສາມາດຂັບໄລ່ຜີສາງນາງຮ້າຍໄດ້,ເຊິ່ງໄດ້ມີປະຫວັດສາດອັນຍາວເຖິງ 1000 ກວ່າປີແລ້ວ.ໃນປັດຈຸບັນ,ວັດຖຸດິບຂອງເຄື່ອງທາໄດ້ປ່ຽນເປັນຂີ້ເຖົ່າທີ່ເຮັດດ້ວຍຢາພື້ນເມືອງແລະເຄື່ອງຫອມຂອງເຂດທ້ອງຖິ່ນແລ້ວ,ເຊິ່ງ ງານບຸນດັ່ງກ່າວນີ້ໄດ້ດຶງດູດນັກທ່ອງທ່ຽວຫຼາຍພັນຄົນມາເຂົ້າຮ່ວມກັນໃນແຕ່ລະປີ.