ຂຸ້ນຂ້ຽວເຮັດວຽກໄຮ່ການນາໃນລະດູການຫານລູ້

2018-10-09 16:22:50 |ມາຈາກ: Yunnan Gateway

ຊາວນາຂອງບ້ານຊ້າວເຖົາແຂວງຊ່ານຕົ່ງກຳລັງເກັບກ່ຽວເຂົ້າ.

ໃນວັນທີ 8 ເດືອນຕຸລາ,ເປັນລະດູການຫານລູ້ເຊິ່ງແມ່ນໜຶ່ງໃນ 24 ລະດູການຂອງຈີນ,ຊາວນາໃນແຕ່ລະທ້ອງຖິ່ນໄດ້ຂຸ້ນຂ້ຽວເຮັດວຽກໄຮ່ການນາ,ຈຶ່ງໄດ້ປະກົດອອກມາເປັນພາບທິວທັດທີ່ຊາວນາກຳລັງຫຍຸ້ງວຽກຫຼາຍໃນທົ່ງນາ.

ຊາວນາຂອງນະຄອນຈ່າລານຖົນເຂດປົກຄອງຕົນເອງມົງໂກນໃນ ສປ ຈີນ ກຳລັງຂັບເຄື່ອງຈັກເກັບກ່ຽວໝາກຖົ່ວ.

ທີ່ເມືອງຖານເສິງນະຄອນຫຼີນຢີແຂວງຊ່ານຕົ່ງ,ຜູ້ຂັບເຄື່ອງຈັກເກັບກ່ຽວກຳລັງເກັບກ່ຽວເຂົ້າ.

ຊາວນາຂອງເມືອງເຈົ່າຜິງແຂວງຊ່ານຕົ່ງກຳລັງຈັດໝາກຈອງແມ່ນໍ້າຮວງໂຫທີ່ໄດ້ເກັບກ່ຽວມາ.

ຊາວນາຂອງເມືອງຊຽນຊີແຂວງເຫີເປີຍກຳລັງເກັບກ່ຽວຫົວມັນດ້າງໃນທົ່ງນາ.

ຊາວນາຂອງເມືອງຊິງປໍແຂວງຊ່ານຕົ່ງກຳລັງເກັບກ່ຽວດອກຝ້າຍມອນ.

ພະນັກງານຂອງຕາແສງໝິງຢົງແຂວງກ່ານຊູ້ກຳລັງຕາກສາລີ.

ຊາວນາຂອງບ້ານຫວງນີຕົນແຂວງເຈິ້ຈ່ຽງກຳລັງຜູກໝາກສາລີເປັນມັດເປັນມັດເພື່ອຕາກ.