ແຂວງໄຊຍະບູລີໄດ້ຈັດພິທີເປີດມະຫາກຳບຸນຊ້າງແລະປີທ່ອງທ່ຽວລາວ2018ຂຶ້ນຢ່າງເປັນທາງການໃນວັນທີ17ກຸມພານີ້ທີ່ສະໜາມຫຼວງແຂວງ,ໂດຍໃຫ້ກຽດເຂົ້າຮ່ວມຂອງພະນະທ່ານບຸນຍັງວໍລະຈິດປະທານປະເທດລາວ,ພ້ອມດ້ວຍພັນລະຍາ,ທ່ານພົງສະຫວັນສິດທະວົງເຈົ້າແຂວງໄຊຍະບູລີ,ພ້ອມດ້ວຍພັນລະຍາ,ຍັງມີການນຳຂອງສູນກາງ,ແຂວງ,ພະເຖລານຸເຖລະ,ບັນດາຕາງໜ້າຈາກແຂວງຕ່າງໆ,ກະຊວງ,ກົມກອງ,ແຂກພາຍໃນ,ຕ່າງປະເທດແລະພໍ່ແມ່ປະຊາຊົນບັນດາເຜົ່າຊາວແຂວງໄຊຍະບູລີເຂົ້າຮ່ວມຢ່າງຫຼວງຫຼາຍ.
ທ່ານຍັນຍົງສີປະເສີດຮອງເຈົ້າແຂວງໄຊຍະບູລີ,ທັງເປັນປະທານຄະນະກຳມະການຈັດມະຫາກຳບຸນຊ້າງແລະເປີດປີທ່ອງທ່ຽວປີ2018ແຂວງໄຊຍະບູລີໄດ້ລາຍງານການກະກຽມຈັດມະຫາກຳບຸນຊ້າງແລະເປີດປີທ່ອງທ່ຽວລາວປະຈຳປີ2018.
ທ່ານກ່າວວ່າ,ຜ່ານມາແຂວງໄຊຍະບູລີໄດ້ຈັດງານມະຫາກຳບຸນຊ້າງມາແລ້ວ11ຄັ້ງຊຶ່ງເລີ່ມແຕ່ປີ2007ເປັນຕົ້ນມາ,ສໍາລັບການຈັດມະຫາກຳບຸນຊ້າງປີນີ້ເປັນຄັ້ງທີ12ມີຊ້າງເຂົ້າຮ່ວມ69ໂຕ,ຈຸດປະສົງກໍເພື່ອເປັນການສຶບຕໍ່ປົກປັກຮັກສາແລະເສີມຂະຫຍາຍວັດທະນະທຳ,ຮີດຄອງປະເພນີທີ່ເປັນເອກະລັກໃນແບບວິຖີການດຳລົງຊີວິດຂອງປະຊາຊົນບັນດາເຜົ່າທີ່ຕິດພັນກັບຊ້າງ,ຖືເອົາຊ້າງເປັນມູນມໍລະດົກທີ່ລໍ້າຄ່າຂອງຊາດມາແຕ່ບູຮານນະການແລະສ້າງຈິດສຳນຶກໃຫ້ຄົນຮຸ່ນໃໝ່ໄດ້ມີຄວາມຮັບຮູ້ກ່ຽວກັບຊ້າງຫຼາຍຂຶ້ນ,ເພາະຊ້າງເປັນສັດໃຫ່ຍ,ເປັນສັດຄຳຮູ້ສາມາດເຂົ້າໃຈແລະຮັບຟັງຄຳສັ່ງຂອງຜູ້ເປັນເຈົ້າຂອງຢ່າງດີ,
ສະນັ້ນຈື່ງມີຄວາມຈຳເປັນທີ່ສັງຄົມລາວ.ຄວາມຮັບຮູ້ກ່ຽວກັບການອານຸລັກຮັກສາແລະຫວງແຫນຊ້າງພ້ອມນີ້ຍັງມີການສະແດງປະກອບມີ3ຈັງຫວະບົດເພງຄື:ເພັງມະຫາກຳບຸນຊ້າງ,ເພັງຕຳນານຜາຊ້າງ,ອອກພັນສາບ້ານເຮົາ.ຊົມການສະເເດງຊ້າງຄຳຮູ້15ລາຍການເຊັ່ນ:ຊ້າງຊັກທຸງ,ຊ້າງມອບຊໍ່ດອກໄມ້,ຊ້າງແຕ້ມຮູບ,ຊ້າງນວດໃຫ້ຄົນ,ຊ້າງຍົກຂາໜ້າ,ຊ້າງດຶງເຊືອກກັບຄົນ,ຊ້າງຕັ້ງຫົວຜັກທຽມ,ຊ້າງນັ່ງປິ່ນໜ້າປິ່ນຫຼັງແລ້ວຍົກ2ຂາໜ້າ,ຊ້າງໃສ່ໝວກໃຫ້ຄົນ,ຊ້າງໝູນບ້ວງ,ຊ້າງເຕະບານເຂົ້າໂກນຍິງລູກໂທດ,ຊ້າງຊູດບານບ້ວງ,ຊ້າງຊັດປູ້ມເປົ້າ,ຊ້າງແລ່ນແຂ່ງກັນ,ຊ້າງຟ້ອນລຳວົງລາວພ້ອມນີ້ຍັງມີການບາສີສູ່ຂວັນຊ້າງ,ຊົມຊ້າງອາບນ້ຳ,ປະກວດພາອາຫານຊ້າງ,ຈັດບຸບເຟຊ້າງແລະມອບລາງວັນຊ້າງງາມ,ຊ້າງຄຳຮູ້.
ແຂວງໄຊຍະບູລີຍັງໄດ້ຖືເອົາການທ່ອງທ່ຽວເປັນຂະແໜງການຍຸດທະສາດທີ່ສຳຄັນໃນການພັດທະນາເສດຖະກິດ-ສັງຄົມສະເພາະໜ້າແລະຍາວນານ,ຍ້ອນວ່າເປັນຂະແໜງການທີ່ສາມາດນຳລາຍໄດ້ໂດຍກົງແລະທາງອ້ອມໃຫ້ແກ່ປະຊາຊົນບັນດາເຜົ່າໃນເຂດຕົວເມືອງແລະຊົນນະບົດ,ດ້ວຍເຫດນີ້ການທ່ອງທ່ຽວຈື່ງໄດ້ຮັບການປັບປຸງແລະພັດທະນາແຫຼ່ງທ່ອງທ່ຽວທາງທຳມະຊາດ,ປະຫວັດສາດແລະວັດທະນະທຳໃຫ້ກາຍເປັນອຸດສາຫະກຳການທ່ອງທ່ຽວທີ່ຄົບວົງຈອນ,ທັນສະໄໝແລະຍືນຍົງ,ທົ່ວແຂວງມີດ້ານສາກົນແລ້ວ3ແຫ່ງແລະອີກບໍ່ດົນກໍ່ຈະເປີດດ່ານສາກົນປາງມອນເມືອງຄອບເປັນດ່ານທີ4ຂອງແຂວງ.
ມີໂຮງແຮມ7ແຫ່ງ,ເຮືອນພັກລິສອດ174ແຫ່ງ,ຮ້ານອາຫານ57ແຫ່ງ,ຮ້ານບັນເທິງແລະຮ້ານກິນດືມ55ແຫ່ງ,ມີມູນຄ່າການລົງທຶນທັງໝົດ155ຕຶ້ກີບ,ທົ່ວແຂວງມີແຫ່ງທ່ອງທ່ຽວທັງໝົດທີ່ໄດ້ຮັບການສຳຫຼວດແລະຂຶ້ນບັນຊີມີ47ແຫ່ງ,ແຫ່ງທ່ອງທ່ຽວທຳມະຊາດ29ແຫ່ງ,ແຫ່ງທ່ອງທ່ຽວວັດທະນະທຳ12ແຫ່ງແລະທາງປະຫວັດສາດ6ແຫ່ງແລະເພື່ອເປັນການສົ່ງເສີມການທ່ອງທ່ຽວໃຫ້ແຂກພາຍໃນແລະຕ່າງປະເທດທີ່ມາທ່ອງທ່ຽວຊົມງານມະຫາກຳບຸນຊ້າງເມືອງໄຊຍະບູລີໄດ້ເປີດແຫຼ່ງທ່ອງທ່ຽວທາງທຳມະຊາດອີກ3ແຫ່ງຄື:ແຫຼ່ງທ່ອງທ່ຽວຖໍ້າສະຫວັນຮັກ,ແຫຼ່ງທ່ອງທ່ຽວຖໍ້າລອດແລະຖໍ້າພຣະຜ້າຂິ້ໝີ້ນ,ໃນປີ2017ມີນັກທ່ອງທ່ຽວເຂົ້າມາທ່ຽວຊົມໄຊຍະບູລີ1ແສນ9ພັນກວ່າຄົນ,ສາມາດສ້າງລາຍຮັບໄດ້6,1ລ້ານໂດລາສະຫະລັດ.ຄາດວ່າປີ2018ຈະມີນັກທ່ອງທ່ຽວເຂົ້າມາແຂວງໄຊຍະບູລີຫຼາຍກວ່າ130.000 ຄົນແລະສ້າງລາຍຮັບໄດ້7ລ້ານກວ່າໂດລາ.
ໃນໂອກາດອັນສະຫງ່າລາສີນີ້ພະນະທ່ານບຸນຍັງວໍລະຈິດເລຂາທິການໃຫຍ່ປະທານປະເທດແຫ່ງສປປລາວໄດ້ໃຫ້ກຽດລັ່ນຄ້ອງ9ບາດເພື່ອເປີດງານມະຫາກຳບຸນຊ້າງແລະປີທ່ອງທ່ຽວລາວ2018ທີ່ແຂວງໄຊຍະບູລີຢ່າງເປັນທາງການ.