ອາຫານທີ່ມີສີສັນພິເສດຂອງເມືອງຢວນໝໍແຂວງຢຸນນານ--ປິ່ນຫມູນ້ອຍ

2018-03-26 18:55:49 |ມາຈາກ: ເວັບໄຊຢຸນນານ

  ປິ່ນຫມູນ້ອຍຂອງເຜົ່າຢີເມືອງສູ້ສົງເປັນອາຫານມູນເຊື້ອທີ່ມີສີສັນພິເສດຢ່າງໜຶ່ງຂອງທ້ອງຖິ່ນ ,ເຊິ່ງຖືວ່າເປັນອາຫານທີ່ມີຄວາມພິເສດທີ່ສຸດຂອງເມືອງຢວນໝໍ,ເມືອງລູ້ເຟີງແລະເມືອງຫຼໍສື.ການປິ່ນໝູນ້ອຍຂອງບ່ອນອື່ນສ່ວນຫຼາຍເລືອກເອົາໝູປະເພດທີ່ຫາກໍຄົບສອງເດືອນແລະເປັນຊີ້ນໝູຫຼ້ອນມາປິ້ງ,ຫຼັງຈາກຂ້າໝູແລະລ້າງໃຫ້ຮຽບຮ້ອຍແລ້ວ,ຈຶ່ງເອົາເຄື່ືອງໃນແລະຕີນໝູອອກ,ແລ້ວທານໍ້າເຜິ້ງແລະນ້ຳແຈ່ວທີ່ປະສົມດ້ວຍເຄື່ອງປຸງຕ່າງໆ, ຫລັງຈາກນັ້ນຈຶ່ງຫ້ອຍໂຕໝູຢູ່ໃນເຕົາດີນ, ໃຊ້ໄຟປິ່ນຈົນຫມູສຸກ.

  ວິທີການເຮັດແລະປຸງລົດຊາດຂອງປິ່ນໝູນ້ອຍເມືອງຢວນໝໍແມ່ນພິຖີພິຖັນອີ່ຫຼີ, ມີປະຫວັດສາດອັນຍາວນານ. ໂດຍທົ່ວໄປແລ້ວ,ແມ່ນເລືອກເອົາໂຕໝູທີ່ຫາກໍມີອາຍຸສອງຫາສາມເດືອນ,ຂ້າແລ້ວເອົາເຄື່ອງໃນອອກ,ເຫຼືອໄວ້ແຕ່ຫົວແລະຫາງ,ບໍ່ໃຊ້ເຕົາດີນ, ແຕ່ນຳໃຊ້ກ້ານເຫຼັກ ສຽບເຂົ້າຮ່າງໝູແລະຫ້ອຍຢູ່ເທິງຖ່ານເພື່ອປິ່ນ. ໃນຍາມປິ່ນກໍ່ທາເຄື່ອງປຸງທີ່ໃຊ້ຜັກບົ່ວປະສົມກັບກ້ານພູ, ອົບເຊີຍແລະເຄື່ອງເທດອື່ນໆໄປພ້ອມ, ທາໃຫ້ສະເຫມີກັນທັງໃນແລະນອກ, ເມື່ອຕາກໃຫ້ແຫ້ງແລ້ວຈຶ່ງທານໍ້າມັນງາ, ນ້ຳເຜິ້ງ, ຊີອີ້ວແລະເຄື່ອງປຸງອື່ນໆ, ແລະສືບຕໍ່ປິ່ນໂດຍໃຊ້ໄຟອຸ່ນຈົນໜັງກາຍເປັນສີເຫຼືອງແລະຊີ້ນຫອມຈຶ່ງສຳເລັດ. ໝູນ້ອຍທີ່ປິ່ນແລ້ວນັ້ນ,ໜັງຈະມີສີເຫຼືອງ, ມັນແລະນຸ້ມ, ມີກິ່ນຫອມ, ຊີ້ນອ່ອນແລະກະດູກກອບໆ, ມັນແຕ່ບໍ່ເມືອກ, ຫອມຫວານແຊບຊ້ອຍແລະອຸດົມໄປດ້ວຍທາດບຳລຸງ, ສີສັນແລະລົດຊາດທີ່ເປັນຫນຶ່ງ, ເປັນອາຫານມູນເຊື້ອທີ່ມີສີສັນຂອງທ້ອງຖິ່ນ,ເຊິ່ງໄດ້ນຳມາມາລ້ຽງຕ້ອນຮັບແຂກຢູ່ເລື້ອຍໆ. ໃນປີ1961,ເມື່ອສະຫາຍເສີນຢີ້ ຕ້ອນຮັບນາຍົກລັດຖະມົົນຕີມຽນມ້າ ທ່ານອູນຸ , ປິ່ນໝູນ້ອຍຂອງເມືອງຢວນຫມໍກໍ່ເປັນຫນຶ່ງໃນອາຫານໃນງານລ້ຽງ.

  ປິ່ນໝູນ້ອຍເມືອງຢວນຫມໍມີປະຫວັດສາດມາເກືອບຫນຶ່ງຮ້ອຍປີ, ໃນສະໄໝສາທະລະນະລັດກໍ່ມີຊື່ສຽງທັງພາຍໃນແລະນອກແຂວງແລ້ວ. ໃນຊຸມປີມານີ້,ຈຳນວນການຈຳໜ່າຍຂອງ ປິ່ນໝູນ້ອຍໄດ້ເພີ່ມຂຶ້ນ,ແລະໄດ້ຮັບຄວາມນິຍົມຊົມຊອບຂອງປະຊາຊົນທ້ອງຖິ່ນແລະນັກທ່ອງທ່ຽວພາຍນອກຢ່າງຫລວງຫຼາຍ.