ປາກົດການການຕອບຮັບຈາກຮູບເງົາ"ຟາງຮວາ"ໄດ້ສືບຕໍ່ເພີ່ມຂຶ້ນ,ສະຖາ ນີລົດໄຟປີເສຈ້າຍຂອງເມືອງເໝີງຈືແຂວງຢຸນນານກາຍເປັນເຂດທ່ອງທ່ຽວທີ່ໄດ້ຮັບຄວາມຊົມຊອບຈາກນັກທ່ອງທ່ຽວ

2018-04-02 16:05:25 |ມາຈາກ: Yunnan Gateway

  ໃນວັນທີ31ເດືອນມີນາ,ສະຖານີລົດໄຟປີເສຈ້າຍເມືອງເໝີງຈືເຂດປົກຄອງຕົນເອງຂອງເຜົ່າຮານີເຜົ່າຢີຂອງນະຄອນຫົງເຫີ, ໄດ້ຕ້ອນຮັບນັກທ່ອງທ່ຽວທັງພາຍໃນແລະຕ່າງປະເທດຈຳນວນຫຼວງຫຼາຍ, ນັກທ່ອງທ່ຽວເຫຼົ່ານີ້ແມ່ນມາຢ້ຽມຊົມສະຖານທີ່ຖ່າຍຮູບເງົາ"ຟາງຮວາ"ທີ່ເປັນຮູບເງົາທີ່ມີຊື່ສຽງຂອງຈີນ, ແລະມາທ່ຽວເບິ່ງປະຫວັດສາດຂອງລົດໄຟແຂວງຢຸນນານອັນຍາວເຖິງຮ້ອຍກວ່າປີ, ເຂົາເຈົ້າພາກັນນຸ່ງເຄື່ອງນຸ່ງໃນສະໄໝຟາງຮວາເພື່ອຖ່າຍຮູບເປັນທີ່ລະນຶກ.ການທ່ອງທ່ຽວຂອງເປເສຈ້າຍໄດ້ຮັບຄວາມນິຍົມຫລາຍ.
  ຫລັງຈາກທີ່ຜູ້ກຳກັບເຝິງສຽວກ່າງໄດ້ນຳໃຊ້ສາກຂອງສະຖານີລົດໄຟເຂົ້າໃນການຖ່າຍທຳຮູບເງົາ "ຟາງຮວາ" ແລະເຮັດໃຫ້ໄດ້ຮັບຄວາມນິຍົມຢ່າງຫລວງຫລາຍແລ້ວ, ເປເສຈ້າຍກໍ່ໄດ້ຮັບຄວາມນິຍົມຈາກນັກທ່ອງທ່ຽວທັງພາຍໃນແລະພາຍນອກ, ກະແສການຕອບຮັບຈາກຮູບເງົາ"ຟາງຮວາ"ໄດ້ເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ.

  ນັກຂ່າວ:ຢາງເຈີງ