ໂຄງການພະຈົນໄພ“ບິນຜ່ານປ່າໄມ້”ຂະໜາດໃຫຍ່ແຫ່ງທຳອິດຂອງເມືອງພູເອີໄດ້ເປີດການບໍລິການຢ່າງເປັນທາງການ

2018-04-08 17:39:25 |ມາຈາກ: Yunnan Gateway

ຫວ່າງມໍ່ໆມານີ້,ໂຄງການຮຽນຮູ້ປະສົບການພັກຜ່ອນໃນປ່າດັ້ງເດີມ“ບິນຜ່ານປ່າໄມ້”ທີ່ລົງທຶນແລະກໍ່ສ້າງໂດຍສວນອຸທະຍານແຫ່ງຊາດທ້າຍຢາງເຫີເມືອງພູເອີໄດ້ເປີດບໍລິການຕໍ່ລູກຄ້າຢ່າງເປັນທາງການ,ນີ້ກໍເປັນໂຄງການແຫ່ງທຳອິດກ່ຽວກັບການພະຈົນໄພໃນປ່າໄມ້ຂະໜາດໃຫຍ່ຂອງເມືອງພູເອີ.

ໂຄງການພະຈົນໄພປ່າໄມ້“ບິນຜ່ານປ່າໄມ້”ຂອງສວນອຸທະຍານແຫ່ງຊາດທ້າຍຢາງເຫີເມືອງພູເອີມີເສັ້ນທາງທັງຫມົດຈຳນວນ4ເສັ້ນ,ໄລຍະຄວາມສັ້ນຍາວແລະລະດັບຄວາມຍາກຂອງເສັ້ນທາງແຕ່ລະເສັ້ນແຕກຕ່າງກັນ,ເຊິ່ງສາມາດຕອບສະໜອງທາງເລືອກໃຫ້ແກ່ກຸ່ມຄົນທີ່ແຕກຕ່າງກັນ.ໃນນັ້ນ,ເສັ້ນທາງມີຄວາມຍາວທັງຫມົດ450ແມັດ,ໄດ້ຕິດຕັ້ງດ່ານຂັດຂວາງຈຳນວນ26ດ່ານ,ເສັ້ນທີ່ໃຊ້ໂຫນສະລິງເສັ້ນຍາວທີ່ສຸດແມ່່ນ70ແມັດ,ໄລຍະເວລາການຫລິ້ນປະມານສອງຊົ່ວໂມງ.ນອກຈາກນີ້,ຍັງໄດ້ເປີດເສັ້ນທາງສຳລັບເດັກນ້ອຍສະເພາະ,ເພື່ອໃຫ້ເດັກນ້ອຍໄດ້ເຂົ້າໃຈທຳມະຊາດຢ່າງໃກ້ຊິດຜ່ານການຫລິ້ນເກມພະຈົນໄພ,ພ້ອມດຽວກັນນັ້ນຍັງ ເພີ່ມສາຍພົວພັນຂອງພໍ່ແມ່ລູກໃຫ້ໃກ້ຊິດຂຶ້ນ.

ໂຄງການ“ບິນຜ່ານປ່າໄມ້”ເປັນໂຄງການກິດຈະກຳກາງແຈ້ງທີ່ດຳເນີນໃນປ່າໄມ້ດັ້ງເດີມ,ໄດ້ປະສົມຄວາມບັນເທີງ,ພະຈົນໄພແລະການທ້າທາຍເຂົ້າເປັນຫນຶ່ງດຽວ,ດ່ານຂັດຂວາງມີຄວາມຍາກງ່າຍຕ່າງກັນ,ດ່ານຂັດຂວາງທີ່ເຕັມໄປດ້ວຍຄວາມທ້າທາຍນັ້ນປະສານເປັນເສັ້ນທາງພະຈົນໄພໃນປ່າໄມ້,ຜູ້ເຂົ້າຮ່ວມຕ້ອງເລື່ອນ,ໄຕ່,ບິນ,ປີນປ່າຍແລະອື່ນໆເພື່ອໃຫ້ສາມາດຂ້າມດ່ານຂັດຂວາງຕ່າງໆແລະຮອດຈຸດຫມາຍປາຍທາງ.ໃນລະຫວ່າງການຫລິ້ນນີ້, ຜູ້ເຂົ້າຮ່ວມນອກຈາກໄດ້ຮັບຮູ້ຈາກທາງສາຍຕາແລ້ວ,ຍັງສາມາດໄດ້ຮັບປະສົບການຄວາມຮູ້ສຶກທີ່ຫນ້າຕື່ນເຕັ້ນຈາກກິລາທີ່ຕົກຈາກບ່ອນສູງ,ການປີນປ່າຍໃນປ່າແລະການບິນເສລີຢ່າງເຕັມທີ່.

ໃນມື້ທີ່ໂຄງການດັ່ງກ່າວໄດ້ເປີດບໍລິການຢ່າງເປັນທາງການ,ໄດ້ມີສະມາຄົມທ່ອງທ່ຽວທ້ອງຖິ່ນທີ່ມີຊື່ສຽງເກືອບ20ແຫ່ງຈຳນວນ60ກວ່າຄົນໄດ້ເຂົ້າຮ່ວມການຫລິ້ນຕົວຈິງ,ຍັງໄດ້ເຊັນສັນຍາຮ່ວມມືກັບສວນອຸທະຍານແຫ່ງຊາດທ້າຍຢາງເຫີເມືອງພູເອີໃນງານແນະນຳຜົນຜະລິດຕະພັນການທ່ອງທ່ຽວ.ໂດຍໄດ້ຮັບຮູ້ວ່າ,ເຂດທ່ອງທ່ຽວຈະຈັດກິດຈະກຳລະດູເບີກບານມ່ວນຊື່ນຂອງການບິນຜ່ານປ່າໄມ້ຂອງຊ່ວງຕົ້ນປີຂຶ້ນໃນເດືອນເມສາ ,ໃນໄລຍະນີ້,ນັກທ່ອງທ່ຽວຈະສາມາດໄດ້ຮັບການຫລຸດລາຄາຢ່າງຫຼວງຫຼາຍ.

ໂດຍການແນະນຳຂອງຜູ້ຮັບຜິດຊອບຂອງສວນອຸທະຍານແຫ່ງຊາດທ້າຍຢາງເຫີເມືອງພູເອີໄດ້ຮູ້ວ່າ,ໂຄງການບິນຜ່ານປ່າໄມ້ເປັນໜຶ່ງໃນຈຳນວນໂຄງການຮຽນຮູ້ປະສົບການກິດຈະກຳປ່າໄມ້ທີ່ໄດ້ລົງທຶນ,ໃນອະນາຄົດສາມຫາຫ້າປີ,ສວນດັ່ງກ່າວຈະສ້າງເປັນສະຖານທ່ອງທ່ຽວປ່າໄມ້ທີ່ປະກອບມີການຮຽນຮູ້ປະສົບການກິດຈະກຳທາງປ່າໄມ້ອັນໃໝ່ທີ່ສຸດ,ເປັນທີ່ນິຍົມທີ່ສຸດແລະໄດ້ປະສົບການພັກຜ່ອນ,ຄວາມບັນເທີງໄປດ້ວຍກັນ.