ໃນເດຶອນເມສາ,ໄປເກັບໝາກແຊຣີທີ່ບ້ານຕ້າສືຝາງເມືອງອູຕິ້ງ!

2018-04-10 17:02:16 |ມາຈາກ: Yunnan Gateway

ໃນຕົ້ນເດືອນເມສາ,ໝາກແຊຣີທີ່ບ້ານຕ້າສືຝາງເມືອງອູຕິ້ງໄດ້ສຸກງອມແລ້ວ,ພາກັນໄປກິນໝາກແຊຣີຢູ່ເມືອງອູຕິ້ງນຳກັນເທາະ……

ບ້ານຕ້າສືຝາງເກີດມີປະກົດການເກັບໝາກໄມ້ແລະການທ່ຽວນອກຢ່າງກະຕືລືລົ້ນ
ບ້ານຕ້າສືຝາງຕັ້ງຢູ່ພາກເໜືອຂອງພູໂຕສິງເມືອງອູຕິ້ງທີ່ເປັນເຂດທ່ອງທ່ຽວທີ່ມີຊື່ສຽງແລະຈັດຢູູ່ໃນລະດັບ4Aຂອງຊາດ.ໃນລະດູນີ້,ໝາກແຊຣີແລະໝາກໄມ້ຕ່າງໆໄດ້ພາກັນສຸກງອມແລ້ວ,ເຊິ່ງໄດ້ດຶງດູດນັກທ່ອງທ່ຽວຫຼາຍຄົນມາທ່ຽວ.ຂອບເຂດນິເວດຂອງບ້ານຕ້າສືຝາງລວມມີເນື້ອທີ່ປ່າໝາກໄມ້ທັງໝົດ15ພັນມຸ້,ລວມໄດ້ປູກຕົ້ນໝາກແຊຣີເປັນຈຳນວນ4ພັນກວ່າມຸ້,ປູກໝາກທັນ,ໝາກພີຈແລະໝາກອື່ນໆອີກຫຼາຍພັນມຸ້.


ງານໝາກແຊຣີກຳລັງຈະເລີ່ມຂຶ້ນແລ້ວ,ມີຂອງກິນແລະຂອງຫຼິ້ນຫຼາຍຢ່າງລໍຖ້າທ່ານມາຫຼິ້ນ
ງານໝາກແຊຣີຈະເລີ່ມຂຶ້ນໃນວັນທີ13ເດືອນເມສາທີ່ບ້ານຕ້າສືຝາງ,ເວລາຂອງກິດຈະກຳຈະຕໍ່ເນື່ອງເຖິງ1ເດືອນ,ນອກຈາກກິດຈະກຳພັກຜ່ອນຄືການເກັບໝາກແຊຣີແລະການໄດ້ໃກ້ຊິດທຳມະຊາດແລ້ວ,ຍັງມີງານສະແດງແລະກິດຈະກຳອາຫານພື້ນບ້ານທີ່ຫລາກຫລາຍດ້ວຍ.

ອາໄສໝາກແຊຣີຈຶ່ງໄດ້ຍ່າງຫລຸດພົ້ນອອກຈາກເສັ້ນທາງຄວາມທຸກຍາກ
ໂດຍອີງຕາມຮູບແບບ“ຂະແໜງກະສິກຳ+ການທ່ອງທ່ຽວ”ນັ້ນ,ບ້ານຕ້າສືຝາງໄດ້ຈັດຕັ້ງງານທ່ອງທ່ຽວວັດທະນະທຳໝາກແຊ່ຣີໄດ້10ກວ່າປີແລ້ວ.ເຊິ່ງນອກຈາກໄດ້ພັດທະນາຊົນນະບົດຂອງເຂດທ້ອງຖິ່ນແລ້ວ,ຍັງໄດ້ພາໃຫ້ຊີວິດການເປັນຢູ່ຂອງປະຊາຊົນທ້ອງຖິ່ນເກີດມີສີສັນຫຼາຍຂຶ້ນ,ຍັງໄດ້ເຜີຍແຜ່ວັດທະນະທຳເຜົ່າຢີໄປດ້ວຍ.
ຊຸມປີມານີ້,ໝາກແຊ່ຣີເປັນຂອງບ້ານຕ້າສືຝາງໄດ້ຮັບຄວາມນິຍົມຈາກປະຊາຊົນຫຼາຍ,ຫມາກແຊຣີຂອງທີ່ນີ້ໄດ້ຮັບການຂະຫນານນາມຈາກປະຊາຊົນວ່າເປັນລາຊີນີຫມາກແຊຣີ“ສາມສຸດ”ຂອງຢຸນນານ, “ເຂົ້າສູ່ຕະຫຼາດໄວທີ່ສຸດ,ຫວານທີ່ສຸດແລະແຊບທີ່ສຸດ”.