ບຸນຫົດນ້ຳຂອງຄົນຢຸນນານ

2018-04-11 16:47:55 |ມາຈາກ: Yunnan Gateway

ໃນເດືອນເມສາຂອງແຕ່ລະປີ,ສະຖານທີ່ຕ່າງໆຂອງແຂວງຢຸນນານໄດ້ພາກັນກຽມພ້ອມຕ້ອນຮັບໃສ່ບຸນຫົດນ້ຳທີ່ກຳລັງໃກ້ເຂົ້າມາ,ຄົນທັງຫຼາຍພາກັນກຽມຄຸ,ປືນນໍ້າແລະອຸປະກອນອື່ນໆເພື່ອຫຼິ້ນບຸນຫົດນ້ຳນຳກັນ.ຄວາມໝາຍຂອງນໍ້າທີ່ຫົດອອກໄປມີຄວາມໝາຍອັນສວຍງາມຫຼາຍ,ຄວາມສຸກແລະຄວາມສະອາດປຽບດັ່ງຄວາມໝາຍຂອງນ້ຳສະອາດນັ້ນແຫຼະ.ປວງຊົນຫົດນໍ້າກັນກໍມີຄວາມໝາຍທີ່ຈະອວຍພອນໃຫ້ຄົນອື່ນມີຄວາມສຸກແລະຄວາມແຂງແຮງ.

ບຸນຫົດນ້ຳເປັນບຸນອັນສຳຄັນຂອງຊົນເຜົ່າໄທ,ຫຼາຍບຸນຂອງເຜົ່າໄທກໍມີຄວາມສຳພັນກ່ຽວກັບນໍ້າດ້ວຍ.ໃນມື້ຂອງບຸນຫົດນ້ຳ,ທີ່ນະຄອນຊຽງຮຸ່ງຂອງກິ່ງແຂວງສິບສອງພັນນາ,ປະຊາຊົນທັງຫຼາຍພາກັນຍ່າງເຂົ້າສູ່ຖະໜົນຕ່າງໆທີ່ຢູ່ແຄມແມ່ນໍ້າລ້ານຊ້າງແລະເດີນທາງໄປສະໜາມທີ່ສ້າງຂຶ້ນເພື່ອການສະເຫຼີມສະຫຼອງບຸນຫົດນ້ຳນັ້ນ,ທຸກຄົນກໍມີໃບຫນ້າທີ່ຍິ້ມແຍ້ມແຈ່ມໃສດ້ວຍກັນ,ບັນຍາກາດໃນບຸນຫົດນ້ຳນັ້ນແມ່ນເຕັມໄປດ້ວຍຄວາມມ່ວນຊື່ນຫຼາຍ.

ກ່ອນກິດຈະກຳຫົດນໍ້າຈະເລີ່ມຕົ້ນຂຶ້ນ,ຈະຕ້ອງໄດ້ຈັດພິທີຕັກນໍ້າຢ່າງຍິ່ງໃຫຍ່ຂຶ້ນສາກ່ອນ.

ຫຼັງຈາກຄູບາທີ່ອາວຸໂສສິ້ນສຸດການສູດພາວະນາແລ້ວ,ນາງສາວເຜົ່າໄທສອງຄົນຈະເອົາກະບອກລຳໄມ້ໄຜ່ທີ່ຫໍ່ດ້ວຍແຜ່ນເຈ້ຍຄຳແລະເງິນ,ກົ້ມຂາບຢູ່ພານທີ່ປົກດ້ວຍໃບກ້ວຍ ງ່າໄມ້ແລະລຳໄມ້ໄຜ່ນັ້ນ,ແລະຕັກນໍ້າບາງສ່ວນຈາກແມ່ນໍ້າລ້ານຊ້າງ,ຫລັງຈາກນັ້ນຈຶ່ງລິນເຂົ້າໃນກະປ໋ອງທີ່ເຮັດດ້ວຍດິນເຜົາ.ພາຍໃຕ້ການຮັບຊົມຂອງປວງຊົນ,ນາງສາວເຜົ່າໄທທັງສອງກໍຫາບນໍ້າສັກສິດນັ້ນ,ຍ່າງສູ່ປວງຊົນຢ່າງຊ້າໆ.

ຫຼັງຈາກພິທີຕັກນໍ້າແລ້ວ,ປວງຊົນໄດ້ຮ້ອງ“ນໍ້ານໍ້ານໍ້າ”ຂຶ້ນນໍາກັນຢ່າງດັງໆ, ບຸນຫົດນ້ຳກໍໄດ້ເລີ່ມໄຂຂຶ້ນຢ່າງເປັນທາງການແລ້ວ.

ເວລາບຸນຫົດນ້ຳຂອງແຂວງຢຸນນານ:

ເມືອງຢີງຈ່ຽງຂອງກິ່ງແຂວງເຕີຫົງ:ວັນທີ10—12ເດືອນເມສາ

ເມືອງໝາງຊື້ຂອງກິ່ງແຂວງເຕີຫົງ:ວັນທີ11—13ເດືອນເມສາ

ເມືອງໂຣຍລີ້:ວັນທີ13—15ເດືອນເມສາ

ສິບສອງພັນນາ:ວັນທີ12—16ເດືອນເມສາ