ເມືອງລີ້ຈ່ຽງໄດ້ຖືກເລືອກເປັນໜຶ່ງໃນສິບເຂດທ່ອງທ່ຽວທີ່ເປັນໜ້າໄປທ່ຽວຂອງຈີນ

2018-04-12 15:46:33 |ມາຈາກ: Yunnan Gateway

ຫວ່າງມໍ່ໆມານີ້,ການທ່ອງທ່ຽວເມົາຖູຍິງທີ່ຮັບຈອງແລະວາງແຜນການທ່ອງທ່ຽວ(TripAdvisor)ໄດ້ຖະແຫຼງລຳດັບຂອງລາຍຊື່ສະຖານທີ່ທີ່ໜ້າໄປທ່ຽວທີ່ສຸດທົ່ວໂລກຈາກ“ການເລືອກຂອງນັກທ່ອງທ່ຽວ”ປະຈຳປີ2018,ເມືອງລີ້ຈ່ຽງຂອງແຂວງຢຸນນານໄດ້ຖືກຈັດເຂົ້າເປັນຫນຶ່ງໃນສິບຂອງສະຖານທີ່ທີ່ໜ້າໄປທ່ຽວທີ່ສຸດຂອງຈີນເປັນຄັ້ງທຳອິດ,ເຊິ່ງໄດ້ຖືກຈັດຢູ່ໃນລຳດັບທີ່8.

ການເລືອກແລະຈັດລຳດັບສະຖານທີ່ເປັນໜ້າໄປທ່ຽວທີ່ສຸດທົ່ວໂລກຈາກ“ການເລືອກຂອງນັກທ່ອງທ່ຽວ”ຂອງ ການທ່ອງທ່ຽວເມົາຖູຍິງ ນັ້ນ(TripAdvisor)ມີລັກສະນະພາວະວິໄສແລະມີຄວາມທ່ຽງທຳ ເຊິ່ງກໍມີແຮງສະທ້ອນບໍ່ໜ້ອຍໃນຂະແໜງການທ່ອງທ່ຽວ. ລຳດັບດ່ັງກ່າວໄດ້ຄິດໄລ່ຈາກການຕີລາຄາຕໍ່ດ້ານໂຮງແຮມ,ຮ້ານອາຫານ, ເຂດທ່ອງທ່ຽວແລະອື່ນໆ,ລວມທັງຂໍ້ມູນຂອງຄວາມຫວັງໃນການຈອງເຊິ່ງໄດ້ສ່ອງແສງຂະໜາດຄວາມນິຍົມຂອງເຂດທ່ອງທ່ຽວຕ່າງໆທົ່ວໂລກຢ່າງພາວະວິໄສ.ເມືອງລີ້ຈ່ຽງໄດ້ຍາດໄຊຊະນະໃນໃຈນັກທ່ອງທ່ຽວຢ່າງຫຼວງຫຼາຍ,ຍ້ອນພື້ນຖານດ້ານວັດທະນະທຳແລະປະຫວັດສາດທີ່ມີຫຼາຍສີຫຼາຍສັນ,ທິວທັດທຳມະຊາດທີ່ສວຍສົດງົດງາມແລະໄດ້ໃຫ້ຄວາມຮູ້ສຶກດ້ານວັດທະນະທຳອັນເລິກເຊິ່ງແກ່ນັກທ່ອງທ່ຽວ.

ລຳດັບຂອງເຂດທ່ອງທ່ຽວທີ່ໜ້າໄປທ່ຽວຂອງຈີນສິບແຫ່ງແມ່ນ:ຮົງກົງ,ປັກກິ່ງ,ຊຽງໄຮ,ມາເກົ໊າ,ເສີງຕູ່,ກວາງໂຈ່,ຊີອ່ານ,ລີ້ຈ່ຽງ,ຫັງໂຈ່ແລະຊູໂຈ່.

ນັກຂ່າວ ຫຼີ້ເຫິງສຽງ