ດອກຜັກບົ່ວໄດ້ເບັ່ງບານໃນສວນພຶກສາຊາດນະຄອນຄຸນໝິງແລ້ວ!

2018-04-12 15:50:55 |ມາຈາກ: Yunnan Gateway

ຫວ່າງມໍ່ໆມານີ້,ສວນພຶກສາຊາດປະເພດສະເພາະຜັກບົ່ວຂອງນະຄອນຄຸນໝິງໄດ້ມີດອກຜັກບົ່ວເບັ່ງບານຢ່າງກະຕືລືລົ້ນ, ຜັກບົ່ວຊະນິດຕ່າງໆທີ່ມາຈາກຕ່າງປະເທດໄດ້ພາກັນເບັ່ງບານອອກມາ,ເຊິ່ງໄດ້ຕ້ອນຮັບລະດູບານໃໝ່ຂອງພວກມັນທີ່ເມືອງລະດູບານໃໝ່ເມືອງຄຸນໝິງ.

ທີ່ສວນພາກຕາເວັນອອກຂອງສວນພຶກສາຊາດນະຄອນຄຸນໝິງ,ຊາວເມືອງສາມາດເຫັນເຂດວາງສະແດງຂອງຜັກບົ່ວ,ເຊິ່ງໄດ້ກວມລວມເນື້ອທີ່ດິນ5,5ມຸ້,ແບ່ງເປັນເຂດພຶກສາຊາດຊະນິດຜັກບົ່ວທີ່ຈັດໄວ້ເພື່ອວາງສະແດງ,ເຂດພຶກສາຊາດຊະນິດຜັກບົ່ວແບບທີ່ກິນໄດ້,ເຂດພຶກສາຊາດຊະນິດຜັກບົ່ວແບບເປັນຢາແລະເຂດຮິບໂຮມແນວດັ້ງເດີມທັງໝົດ4ເຂດ.ຫວ່າງມໍ່ໆມານີ້,ຜັກບົ່ວທີ່ມາຈາກປະເທດຕ່າງໆນັ້ນໄດ້ພາກັນເບັ່ງບານອອກດອກແລ້ວ.ພວກມັນສ່ວນຫຼາຍມີກິ່ນຫອມພິເສດແລະດອກຂອງມັນກໍສວຍງາມຫຼາຍ.

ນອກຈາກດອກຜັກບົ່ວແລ້ວ,ທີ່ເຂດພາກຕາເວັນອອກຂອງສວນພຶກສາຊາດຄຸນໝິງຍັງມີພຶກສາຊາດຊະນິດອື່ນໆ,ເປັນຕົ້ນວ່າດອກບົວນອນ,ຕົ້ນເຟີນໍ້າ,ຕົ້ນເຟີໜອງແລະອື່ນໆ.