ໜຶ່ງໃນຕາແສງທີ່ມີບັນຍາກາດການຄ້າໜ້ອຍທີ່ສຸດຂອງແຂວງຢຸນນານ,ມາແລ້ວກໍບໍ່ຢາກກັບເລີຍ

2018-04-13 15:59:40 |ມາຈາກ: Yunnan Gateway

ທີ່ຊາຍແດນຂອງແຂວງຢຸນນານມີບ້ານນ້ອຍບ້ານໜຶ່ງທີ່ສາມາດດຶງດູດນັກທ່ອງທ່ຽວມາທ່ຽວຈຳນວນຫນຶ່ງດ້ວຍບັນຍາກາດທີ່ສະຫງົບກົມກຽວແລະໃກ້ຊິດ.ເມື່ອງປຽບທຽບກັບເມືອງລີ້ຈ່ຽງ,ຕ້າຫຼີ້ທີ່ເປັນເມືອງທີ່ມີຊື່ສຽງແລະຈໍແຈ,ບັນຍາກາດຂອງບ້ານນີ້ຈະສະບາຍກວ່າ.ຍ່າງຢູ່ເທິງຖະໜົນທີ່ມີຄົນໜ້ອຍ,ຈະເກີດມີຄວາມຮູ້ສຶກວ່າທັງສະບາຍກາຍແລະສະບາຍໃຈ.ເວລາທຸກນາທີທີ່ຢູ່ບ້ານນີ້ເປັນເວລາທີ່ສວຍງາມຫລາຍ.

ບ່ອນນີ້ກໍແມ່ນບ້ານເຫີຊູ້ນ,ທີ່ເປັນບ້ານໜຶ່ງຂອງເມືອງເຕີງສົ່ງຂອງແຂວງຢຸນນານ.

ທີ່ນີ້ຈະບໍ່ມີເລື່ອງການຄ້າຫຼາຍເກີນໄປ,ຊາວບ້ານເປັນຄົນໃຈດີແລະທິວທັດກໍສວຍສົດງົດງາມ,ເຊິ່ງສາມາດເວົ້າໄດ້ວ່າເປັນດິນແດນສະຫວັນເມືອງຄົນ.

ບ້ານເກົ່າແກ່ເຫີຊູ້ນເປັນບ້ານນ້ອຍຊາຍແດນໜຶ່ງທີ່ມີປະຫວັດສາດ600ກວ່າປີ,ເປັນບ້ານຊາວຕ່າງດ້າວທີ່ມີຊື່ສຽງ,ຖະໜົນເກົ່າແກ່,ເສັ້ນທາງທີ່ປູດ້ວຍກ້ອນຫີນສີຂຽວອ່ອນ,ຫໍໄຫວ້ບັນພະບູລຸດແລະອະນຸສາວະລີນັ້ນກໍ່ໄດ້ຮັບການກໍ່ສ້າງໃນສະໄໝລາດຊະວົງໝິງແລະຊິງ.

ທີ່ນີ້,ມີຂອງກິນທີ່ມີເອກະລັກຂອງຊົນເຜົ່າ,ເຊິ່ງຕາມໂຮງແຮມແລະຮ້າຍຂາຍເຄື່ອງກໍມີຄວາມແຕກຕ່າງກັນ.

ບ້ານເຫີຊູ້ນເປັນບ້ານທີ່ເກົ່າແກ່ແລະດັ້ງເດີມຈຶ່ງດຶງດູດນັກທ່ອງທ່ຽວດ້ວຍບັນຍາກາດທຳມະຊາດນັ້ນ,ຖ້າທ່ານເບື່ອຕໍ່ຄວາມອຶກະທຶກນຶກນັນແລ້ວ,ເຊີນມາຜັກຜ່ອນທີ່ນີ້ເລີຍ!