ກະຮອກກາຍເປັນທິວທັດອີກຢ່າງໜຶ່ງຂອງມະຫາວິທະຍາໄລຢຸນນານ, ນັກຮຽນໄດ້ເປີດເວີຍໂປ໋ໃຫ້ກະຮອກໂດຍສະເພາະ

2018-04-16 16:03:28 |ມາຈາກ: Yunnan Gateway

ທີ່ມະຫາວິທະຍາໄລຢຸນນານມີກຸ່ມສັດນ້ອຍອັນໜ້າຮັກກຸ່ມໜຶ່ງ—ໂຕກະຮອກໄດ້ດຳລົງຊີວິດຢູ່ໃນສວນໂຮງຮຽນ.ພວກມັນໄດ້ກາຍເປັນດາລາທີ່ໄດ້ຮັບຄວາມນິຍົມຊົມຊອບຈາກບັນດາອາຈານແລະນັກສຶກສາ,ຈົນມີນັກທ່ອງທ່ຽວເດີນທາງມາມະຫາວິທະຍາໄລຢຸນນານເພື່ອໃຫ້ອາຫານໂຕກະຮອກດ້ວຍຕົນເອງ,ມີນັກສຶກສາຂອງໂຮງຮຽນດັ່ງກ່າວໄດ້ເປີດບັນຊີເວີຍປໍ(ສື່ສັງຄົມອອນລາຍຂອງຈີນຄ້າຍຄືເຟສບຸກ)ໃຫ້ແກ່ກະຮອກໂດຍສະເພາະ,ເພື່ອສະແດງຊີວິດການເປັນຢູ່ຂອງໂຕກະຮອກໃຫ້ຜູ້ທີ່ສົນໃຈໄດ້ຮັບຊົມ.