ບ້ານໃໝ່ບ້ານຈູ່ລໍຈີຂອງເມືອງລູ້ເຟີງໄດ້ຈັດພິທີໄຂບ້ານໃຫມ່,ຢູ່ໃນບ້ານເຕັມໄປດ້ວຍໄດໂນເສົາ,ແລະຍັງມີ……

2018-04-18 16:18:16 |ມາຈາກ: Yunnan Gateway

ໃນວັນທີ15ເດືອນເມສາ,ເນື່ອງໃນໂອກາດທີ່ໄດ້ຈັດຕັ້ງກິ່ງແຂວງເຜົ່າຢີເມືອງສູ້ສົງຄົບຮອບ60ປີ,ບ້ານໃໝ່ບ້ານຈູ່ລໍຈີຂອງເມືອງລູ້ເຟີງໄດ້ຈັດພິທີໄຂບ້ານໃຫມ່.

ໂດຍໄດ້ຮັບຮູ້ວ່າ,ບ້ານໃໝ່ບ້ານຈູ່ລໍຈີຕັ້ງຢູ່ພູໄດໂນເສົາບ້ານອະນາຕາແສພູໄດໂນເສົາເມືອງລູ້ເຟີງ(ຢູ່ຂ້າງທາງດ່ວນຄຸນໝິີງຫາສູ້ສົງ),ພິທີໄຂບ້ານຄັ້ງນີ້,ແມ່ນມີຮູບຈຳລອງໄດໂນເສົາເຕັມຢູ່ໃນບ້ານ.ທີ່ຖະໜົນຈູ່ລໍຈີຍັງໄດ້ຕິດຕັ້ງຖານໂຄມໄຟທີ່ມີຮູບ“ໄດໂນເສົາເມືອງລູ້ເຟີງ”ເຊິ່ງໄດ້ເຄີຍຖືກຖະແຫຼງເປັນສະແຕມໄປສະນີໄດໂນເສົາໂດຍກົມໃຫຍ່ໄປສະນີແຫ່ງຊາດໃນປີ1958.

ກິດຈະກຳຄັ້ງນີ້ຍັງປະກອບມີ:ການໂຊສະແດງຫຼິ້ນພ້າໃຫຍ່ໃນທະເລໄຟ,ການສະແດງຟ້ອນໂຕມັງກອນ,ການແຂ່ງຂັນລະຫວ່າງຄວາຍຜູ້,ການຊິມອາຫານທີ່ມີເອກະລັກສະເພາະຂອງເມືອງລູ້ເຟີງແລະອື່ນໆ.ກິດຈະກຳຄັ້ງນີ້ໄດ້ດຶງດູດນັກທ່ອງທ່ຽງຈຳນວນຫຼາຍມາຊົມກັນ,ບັນຍາກາດມ່ວນຊື່ນຟົດຟື້ນຫຼາຍ.