ວັນທີ 24 ເມສານີ້, ຫຸ່ນຍົນເຄື່ອງໜຶ່ງໄດ້ປາກົດຕົວຢູ່ຕາມຖະໜົນຫົນທາງນະຄອນຈີ໋ລິນແຂວງຈີ໋ລິນຈີນ. ຕາມຂ່າວແຈ້ງວ່າ, ນາຍຊ່າງສ້ອມແປງຄົນໜຶ່ງຂອງນະຄອນຈີ໋ລິນໄດ້ໃຊ້ເວລາ 4 ວັນເກັບໂຮມເຄື່ອງອະໄຫຼ່ລົດຈັກເກົ່າຮ້ອຍກວ່າເຄື່ອງມາປະກອບເປັນຫຸ່ນຍົນເຄື່ອງນີ້ ເຊິ່ງມີຮູບຮ່າງພິເສດ ແລະ ພາໃຫ້ປະຊາຊົນເຂົ້າຊົມຢ່າງຫຼວງຫຼາຍ.